ກອງປະຊຸມວຽກງານຍຸຕິທຳ ທົ່ວປະເທດ ປະຈຳປີ 2018

ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 28-29 ມັງກອນ 2019 ທີ່ສູນຝຶກອົບຮົມ ລາວ-ຍີ່ປຸ່ນ ICTC, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ; ມີບັນດາທ່ານຮອງລັດຖະມົນຕີ, ທ່ານຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຜູ້ຊີ້ນຳວຽກງານຍຸຕິທຳ, ບັນດາທ່ານຈາກອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ, ກຳມາທິການຍຸຕິທຳແຫ່ງຊາດ, ບັນດາຫົວໜ້າພະແນກຍຸຕິທຳແຂວງ, ນະຄອນຫຼວງວຽງຈັນ, ບັນດາທ່ານຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ບັນດາທ່ານຮອງຫົວໜ້າກົມ, ຮອງຫົວໜ້າສູນ, ຫົວໜ້າສະຖາບັນຍຸຕິທຳ 3 ພາກ, ຮອງຫົວໜ້າສະຖາບັນ 3 ພາກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງຍຸຕິທຳເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາກົດໝາຍ ແລະ ວຽກງານຍຸຕິທຳໃນໄລຍະຜ່ານມາ ເພື່ອຊອກຫາດ້ານດີທີ່ຄວນສົ່ງເສີມ, ດ້ານອ່ອນ ພ້ອມທັງສາເຫດທີ່ຕ້ອງໄດ້ສຸມໃສ່ແກ້ໄຂ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດຕົວຈິງ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ; ພ້ອມກັນນັ້ນ, ກໍຈະໄດ້ຄົ້ນຄວ້າ, ກຳນົດທິດທາງ, ໜ້າທີ່ວຽກງານຈຸດສຸມ ສໍາລັບປີ 2019 ແລະ ສະຫຼຸບຕີລາຄາ ການຫັນເອົາພະນັກງານກະຊວງຍຸຕິທຳ ລົງຊ່ວຍຊຸກຍູ້ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຢູ່ນະຄອນຫຼວງວຽງຈັນ.

ໃນກອງປະຊຸມ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼູບ ການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທຳ ປະຈຳປີ 2018 ແລະ ທິດທາງ, ແຜນວຽກຈຸດສຸມວຽກງານກົດໝາຍ ແລະ ຍຸຕິທຳ ໃນປີ 2019 ຊຶ່ງໄລຍະໜຶ່ງປີຜ່ານມາ ກະຊວງຍຸຕິທຳ ໄດ້ຈັດຕັ້ງປະຕິບັດບັນດາທິດທາງ, ແຜນການທີ່ວາງໄວ້ໃນກອງປະຊຸມວຽກງານຍຸຕິທຳທົ່ວປະເທດ ປີ 2017 ແລະ ຕາມພາລະບົດບາດ, ໜ້າທີ່ຂອງກະຊວງຍຸຕິທໍາ ໂດຍສະເພາະ 5 ວຽກງານຈຸດສຸມ ແມ່ນໄດ້ຈັດຕັ້ງປະຕິບັດສຳເລັດເປັນສ່ວນໃຫຍ່ ແລະ ສາມາດຕີລາຄາວ່າ ຂະແໜງຍຸຕິທຳ ໄດ້ມີການຫັນປ່ຽນຂຶ້ນອີກບາດກ້າວໜຶ່ງ. ຈາກນັ້ນ ທ່ານ ກອງສີ ສາຍສຸທາ ຫົວໜ້າກົມຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ກໍໄດ້ຜ່ານບົດລາຍງານໃນກອງປະຊຸມ ກ່ຽວກັບຜົນການຫັນເອົາພະນັກງານ ລົງຕິດຕາມ, ກວດກາ ແລະ ຊຸກຍູ້ວຽງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ຢູ່ນະຄອນຫຼວງວຽງຈັນ ຊຶ່ງທ່ານໄດ້ຍົກໃຫ້ເຫັນ ຜົນໄດ້ຮັບ ແລະ ດ້ານດີ, ດ້ານອ່ອນ ແລະ ສາເຫດທີ່ພາໃຫ້ອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ພ້ອມທັງທິດທາງ ແຜນການ ປີ 2019 ແລະ ມາດຕະການຈັດຕັ້ງປະຕິບັດ. ຫຼັງຈາກນັ້ນ ຜູ້ແທນກອງປະຊຸມ ກໍໄດ້ປະກອບຄຳເຫັນ ກ່ຽວກັບທິດທາງໃນການປັບປຸງອົງການປະຕິບັດຄຳຕັດສີນຂອງສານ ໃຫ້ມີປະສິດທິພາບດີຍິ່ງຂຶ້ນ. ນອກຈາກນັ້ນ ຍັງໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕົວຈິງ ຈາກບັນດາກົມ ແລະ ບັນດາພະແນກຍຸຕິທຳແຂວງ ທີ່ກ່ຽວຂ້ອງ ກ່ຽວກັບການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ.

ຂຽນໂດຍ: ຊາຍພິມພອນ ສີຣິວົງໄຊ
ຖ່າຍພາບໂດຍ: ບຸນຖອມ ພະສະແຫວງ