ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ

ໃນວັນທີ 20 ທັນວາ 2019 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຂອງກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ສະບັບປັບປຸງຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາ ຄະນະກົມ, ຄະນະພະແນກ ແລະ ລັດຖະກອນກົດໝາຍຂອງກະຊວງຍຸຕິທຳ, ຜູ້ຕາງໜ້າຈາກ ກະຊວງປ້ອງກັນຄວາມສະຫງົບ, ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມທັງໝົດຈຳນວນ 20 ທ່ານ, ຍິງ 1 ທ່ານ.

ຈຸດປະສົງ ແມ່ນເພື່ອປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ໃຫ້ມີຄວາມເປັນເອກະພາບ ແລະ ຮັບປະກັນທາງດ້ານໂຄງສ້າງ ແລະ ເນື້ອໃນ ໃຫ້ຖືກຕ້ອງ, ສອດຄ່ອງກັບແນວທາງນະໂຍບາຍ, ລັດຖະທໍາມະນູນ, ສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ໃນພາກຕົວຈິງ ກ່ອນທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມລັດຖະບານໃນທ້າຍເດືອນ ມັງກອນ 2020.
ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ແມ່ນການນຳເອົາຄຳຕັດສີນ, ຄຳພິພາກສາ ແລະ ນິຕິກຳອື່ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງກົດໝາຍວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສີນຂອງສານ ມາຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ປາກົດຜົນເປັນຈິງ ເພື່ອຟື້ນຟູສິດ ແລະ ຜົນປະໂຫຍດຂອງລັດ, ລວມໝູ່ ແລະ ພົນລະເມືອງທີ່ຖືກລະເມີດ ຫຼື ສູນເສຍໄປ.
ຮ່າງກົດໝາຍສະບັບປັບປຸງນີ້ ປະກອບມີ 9 ພາກ, 96 ມາດຕາ. ໃນນັ້ນ, ປັບປຸງ 36 ມາດຕາ, ສ້າງໃໝ່ 40 ມາດຕາ ແລະ ຮັກສາໄວ້ຄືເກົ່າ 20 ມາດຕາ.

ຂຽນຂ່າວ: ສີປະໄພ, ຖ່າຍພາບ: ຊາຍພິມພອນ