ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້

ຢູ່ທີ່ຫ້ອງປະຊຸມ ກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ຂຶ້ນໃນຕອນເຊົ້າຂອງວັນທີ 5 ມີນາ 2019, ໂດຍການເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ເຂົ້າຮ່ວມມີ ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ຫົວໜ້າກົມນະໂຍບາຍການເງິນ ແລະ ນິຕິກຳ, ທ່ານ ປອ. ພູທະນູເພັດ ໄຊສົມບັດ ຫົວໜ້າກົມສວຍສາອາກອນ, ທ່ານ ອິນທະປັນຍາ ຂຽວວົງພະຈັນ ຫົວໜ້າກົມກົດໝາຍກະຊວງຍຸຕິທຳ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍຄະນະ ແລະ ພະນັກງານວິຊາການຂອງສອງກະຊວງເຂົ້າຮ່ວມຈຳນວນ 25 ທ່ານ, ຍິງ 6 ທ່ານ.
ຈຸດປະສົງຂອງກອງປະຊຸມ (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ໃນຄັ້ງນີ້ ແມ່ນເພື່ອກຳນົດຫຼັກການ, ລະບຽບການ, ວິທີການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ກວດກາວຽກງານອາກອນລາຍໄດ້ເພື່ອໃຫ້ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ, ຊຸກຍູ້ສົ່ງເສີມການດຳເນີນທຸລະກິດ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ ແນໃສ່ຮັບປະກັນ ການເກັບພັນທະອາກອນ ເຂົ້າງົບປະມານແຫ່ງລັດ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ ແລະ ຍຸຕິທຳ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ.

ອາກອນລາຍໄດ້ ແມ່ນ ອາກອນທີ່ເກັບຈາກພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ, ຄົນບໍ່ມີສັນຊາດ, ວິສາຫະກິດ, ອົງການຈັດຕັ້ງລັດ ແລະ ສັງຄົມ ແລະ ຜູ້ປະກອບອາຊີບອິດສະຫຼະ ທີ່ເຄື່ອນໄຫວດຳເນີນກິດຈະການ ແລະ ມີລາຍໄດ້ເກີດມີພັນທະອາກອນ ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ. ອາກອນລາຍໄດ້ປະກອບດ້ວຍ ອາກອນລາຍໄດ້ວິສາຫະກິດ ແລະ ອາກອນລາຍໄດ້ບຸກຄົນ. (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ປະກອບມີ 10 ພາກ, 11 ໝວດ ແລະ 83 ມາດຕາ. ພາກທີ I ບົດບັນຢັດທົ່ວໄປ; ພາກທີ II ອາກອນລາຍໄດ້ວິສາຫະກິດ; ພາກທີ III ອາກອນລາຍໄດ້ບຸກຄົນ; ພາກທີ IV ສິດ ແລະ ໜ້າທີ່ຂອງຜູ້ເສຍອາກອນ ແລະ ເຈົ້າໜ້າທີ່ອາກອນ; ພາກທີ V ຂໍ້ຫ້າມ; ພາກທີ VI ການແກ້ໄຂຂໍ້ຂັດແຍ່ງ; ພາກທີ VII ການຄຸ້ມຄອງ ແລະ ການກວດກາ ວຽກງານອາກອນລາຍໄດ້; ພາກທີ VIII ງົບປະມານ, ເຄື່ອງແບບ, ກາໝາຍ ແລະ ຕາປະທັບ; ພາກທີ IX ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ X ບົດບັນຍັດສຸດທ້າຍ.

ຫຼັງຈາກນັ້ນ, ບັນດາທ່ານຜູ້ທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ອາກອນລາຍໄດ້ ເພື່ອເຮັດໃຫ້ເນື້ອໃນມີຄວາມສອດຄ່ອງ ແລະ ຖືກຕ້ອງກັບສະພາບຄວາມເປັນຈິງ, ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດຍິ່ງຂຶ້ນ.
ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ