ກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ

ຕອນເຊົ້າຂອງວັນທີ 5 ສິງຫາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປຶກສາຫາລື (ຮ່າງ) ກົດໝາຍວ່າດ້ວຍ ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ ຂຶ້ນໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ມີບັນດາທ່ານຮອງຫົວໜ້າກົມກົດໝາຍ ກະຊວງຍຸຕິທຳ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍຄະນະຮັບຜິດຊອບ ເຂົ້າຮ່ວມຈຳນວນ 16 ທ່ານ, ຍິງ 7 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປັບປຸງແກ້ໄຂ້ ແລະ ປະກອບຄຳຄິດເຫັນໃສ່ (ຮ່າງ) ກົດໝາຍ ໃນບາງມາດຕາ ທີ່ເຫັນວ່າຍັງບໍ່ສອດຄ່ອງ ແລະ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອເຮັດໃຫ້ເນື້ອໃນມີຄວາມຮັດກຸມ, ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້.

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ການຕິດຕາມ ກວດກາ ວຽກງານຄວາມສະເໝີພາບຍິງ-ຊາຍ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ, ມີປະສິດທິພາບ ປະສິດທິຜົນ, ແນໃສ່ເສີມຂະຫຍາຍ, ຍົກສູງສິດ ເສລີພາບ ຂອງແມ່ຍິງ, ຖານະບົດບາດຍິງ-ຊາຍ, ລົບລ້າງ ທຸກການກະທຳທີ່ເປັນການຈຳແນກ, ແບ່ງແຍກ, ຈຳກັດ ຫຼື ປະຕິເສດຄວາມສະເໝີພາບລະຫວ່າງຍິງ-ຊາຍ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ນອກນັ້ນ, ຄວາມສະເໝີພາບຍິງ-ຊາຍ ແມ່ນຄວາມເທົ່າທຽມກັນທາງດ້ານ ສິດ, ຜົນປະໂຫຍດ, ຄວາມຮັບຜິດຊອບ ແລະ ໂອກາດໃນການເຂົ້າເຖິງແຫຼ່ງຊັບພະຍາກອນ, ການບໍລິການ, ການສຶກສາ, ການເບິ່ງແຍງດູແລ, ການຮັກສາສຸຂະພາບ, ການປະກອບອາຊີບ, ຕຳແໜ່ງໃນທຸກຂົງເຂດວຽກງານ, ໃນສັງຄົມ, ຊຸມຊົນ ແລະ ຄອບຄົວ ທັງໄດ້ຮັບເງື່ອນໄຂເທົ່າທຽມກັນໃນການພັດທະນາຕົນເອງ. ກົດໝາຍສະບັບນີ້ປະກອບດ້ວຍ 7 ພາກ, 4 ໝວດ ແລະ 47 ມາດຕາ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ