ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່

ກອງປະຊຸມປຶກສາຫາລືແຜນການເຄື່ອນໄຫວວຽກງານໂຄງການໄລຍະໃໝ່ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 27 ມິຖຸນາ 2018 ຢູ່ທີສະໂມສອນກະຊວງຍຸຕິທຳ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຜູ້ຕ່າງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ຄະນະນິຕິສາດ-ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມແຕ່ລະພາກສ່ວນ, ຊ່ຽວຊານປະຈຳໂຄງການ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 07 ທ່ານ.

ກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືເຖິງຈຸດປະສົງ, ຄາດຄະເນ ແລະ ໝາກຜົນຂອງໂຄງການໄລຍະໃໝ່, ຈຸດພິເສດການຈັດຕັ້ງປະຕິບັດໂຄງການໄລຍະໃໝ່ ແລະ ເປົ້າໝາຍບຸກຄະລາກອນແຕ່ລະກຸ່ມເພື່ອໃຫ້ແຕ່ລະພາກສ່ວນໄດ້ເຂົ້າໃຈ, ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໂຄງການໃນໄລຍະໃໝ່ນີ້ດຳເນີນໄປຢ່າງມີແບບແຜນ ແລະ ເປົ້າໝາຍທີ່ຊັດເຈນ ແລະ ສອດຄ່ອງກັບພາລະບົດບາດ.

 

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ;   ພາບ: ສຸກສາຄອນ ຈັນທະວຸດ