ກອງປະຊຸມປຶກສາຫາລືການກະກຽມກອງປະຊຸມໃຫຍ່ຄັ້ງທີ X ສະຫະພັນແມ່ຍິງກະຊວງຍຸຕິທຳ

ອີງຕາມຄຳແນະນຳ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະບັບເລກທີ 487/ສສຍລ, ລົງວັນທີ 24 ກໍລະກົດ 2018 ວ່າດ້ວຍ ການກະກຽມຈັດຕັ້ງດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ-ອົງການ ແລະ ແຂວງ, ນະຄອນຫຼວງ, ເມືອງ ແລະ ຮາກຖານ ດັ່ງນັ້ນ, ສະຫະພັນແມ່ຍິງກະຊວງຈຶ່ງໄດ້ຈັດກອງປະຊຸມປຶກສາຫາລືການກະກຽມກອງປະຊຸມໃຫຍ່ຄັ້ງທີ X ສະຫະພັນແມ່ຍິງກະຊວງຍຸຕິທຳ ຂຶ້ນໃນຕອນເຊົ້າວັນທີ 7 ພຶດສະພາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນສອງກະຊວງຍຸຕິທຳ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ດວງມະນີ ລາວມາວ ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງຍຸຕິທຳ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີຄະນະບໍລິຫານງານແມ່ຍິງກະຊວງຍຸຕິທຳ, ຄະນະຮາກຖານແມ່ຍິງສະຖາບັນຍຸຕິທຳແຫ່ງຊາດ, ຫົວໜ້າໜ່ວຍແມ່ຍິງ ຫ້ອງການ, ກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ພ້ອມດ້ວຍຄະນະຮັບຜິດຊອບການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ X ເຂົ້າຮ່ວມຈຳນວນ 38 ສະຫາຍ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອເຮັດໃຫ້ການກະກຽມ, ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງ, ອົງການ ແລະ ແຂວງ-ນະຄອນຫຼວງ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງເມືອງ, ເທດສະບານ ແລະ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງຮາກຖານ ຖືກຕ້ອງຕາມກົດໝາຍ, ກົດລະບຽບຂອງສະຫະພັນແມ່ຍິງລາວ, ທັງມີຄວາມເປັນເອກະພາບສູງໃນຄະນະສະຫະພັນແມ່ຍິງ 3 ຂັ້ນ ແລະ ຮັບປະກັນການຊີ້ນຳ-ນຳພາຢ່າງລວມສູນຈາກຄະນະສະຫະພັນແມ່ຍິງຂັ້ນເທິງຖັດຕົນ; ກວດກາ, ຕີລາຄາການຊີ້ນຳ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ແມ່ຍິງ, ແຜນພັດທະນາແມ່ຍິງຂັ້ນເທິງຖັດຕົນ ແລະ ຂັ້ນຂອງຕົນເອງຢ່າງພາວະວິໄສ, ກົງໄປກົງມາ, ກ້າເບິ່ງຄວາມຈິງຕໍ່ຜົນສຳເລັດ ແລະ ສິ່ງທີ່ຍັງເປັນຈຸດອ່ອນ ທີ່ຕ້ອງໄດ້ຮັບການປັບປຸງ, ດັດແປງ, ແກ້ໄຂ ພ້ອມກຳນົດທິດທາງ, ຄາດໝາຍສູ້ຊົນ, ໜ້າທີ່ລະອຽດ ແລະ ແຜນພັດທະນາແມ່ຍິງໃນຕໍ່ໜ້າ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນຕໍ່ໜ້າ ແລະ ສາມາດຈັດຕັ້ງປະຕິບັດໄດ້; ປັບປຸງແບບແຜນນຳພາ, ວິທີເຮັດວຽກ ຂອງຄະນະບໍລິຫານງານສະຫະພັນແມ່ຍິງແຕ່ລະຂັ້ນ ໃຫ້ໜັກແໜ້ນເຂັ້ມແຂງ, ສົມຄູ່ກັບໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນ ປະກອບເຂົ້າໃນການເລືອກຕັ້ງຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ ໃຫ້ຖືກຕ້ອງຕາມມາດຖານ ແລະ ເງື່ອນໄຂທີ່ກຳນົດໄວ້; ຊຸກຍູ້ຂະບວນການຈັດຕັ້ງປະຕິບັດຄຳຂັວນ, ຂໍ້ແຂ່ງຂັນ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ.

ຈາກນັ້ນ, ໃນຕອນທ້າຍພິທີຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ແລກປ່ຽນຄຳຄິດຄຳເຫັນ ໃນກອງປະຊຸມຢ່າງກົງໄປກົງມາ ດ້ວຍບັນຍາກາດອັນຟົດຟື້ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ