ກອງປະຊຸມທາບທາມຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ

ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2019 ຢູ່ທີ່ໂຮງແຮມແລນມາກໄດ້ເປີດກອງປະຊຸມທາບທາມຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະຮັບຜິດຊອບຮ່າງກົດໝາຍ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 95 ທ່ານ, ຍິງ 29 ທ່ານ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທາບທາມຄໍາຄິດເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ, ເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ ເພື່ອແກ້ໄຂວິສາຫາກິດທີ່ຢູ່ໃນສະພາວະລົ້ມລະລາຍ ໃຫ້ຖືກຕ້ອງ, ວ່ອງໄວ ແລະ ເປັນເອກະພາບ, ປົກປ້ອງຜົນປະໂຫຍດອັນຊອບທໍາຂອງເຈົ້າໜີ້, ວິສາຫະກິດລູກໜີ້ ແລະ ບຸກຄົນອື່ນທີ່ກ່ຽວຂ້ອງ, ສ້າງຄວາມເຊື່ອໝັ້ນແກ່ລະບົບສິນເຊື່ອ ແນໃສ່ຮັກສາຄວາມໝັ້ນຄົງຂອງລະບົບເສດຖະກິດ ແລະ ການລົງທຶນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການຟື້ນຟູວິສາຫະກິດ ແມ່ນຂະບວນການແກ້ໄຂວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ເພື່ອຊ່ວຍວິສາຫະກິດດັ່ງກ່າວ ໃຫ້ສາມາດຟື້ນຟູ, ບໍ່ລົ້ມລະລາຍ ໂດຍອະນຸຍາດໃຫ້ສືບຕໍ່ດໍາເນີນທຸລະກິດຂອງຕົນໄດ້ ຕາມຂໍ້ສະເໜີແກ້ໄຂໜີ້ສິນ ຫຼື ແຜນຟື້ນຟູວິສາຫະກິດ ທີ່ໄດ້ຮັບການຮັບຮອງຈາກສານ. ການລົ້ມລະລາຍວິສາຫະກິດ ແມ່ນຂະບວນການແກ້ໄຂວິສາຫະກິດທີ່ຢູ່ໃນສະພາວະລົ້ມລະລາຍ ດ້ວຍການຊໍາລະສະສາງຊັບສິນ, ໜີ້ສິນຂອງວິສາຫະກິດລູກໜີ້ ເມື່ອວິສາຫະກິດນັ້ນ ບໍ່ມີຈຸດປະສົງຟື້ນຟູ, ບໍ່ສາມາດແກ້ໄຂໜີ້ສິນ ຫຼື ບໍ່ສາມາດຟື້ນຟູ ໂດຍມີຄໍາຕັດສີນຂອງສານໃຫ້ລົ້ມລະລາຍ.
ພາຍຫຼັງໄດ້ຮັບຟັງ ຈຸດປະສົງ, ຄວາມໝາຍຄວາມສໍາຄັນແລ້ວ ຜູ້ເຂົ້າຮ່ວມກອງປະຊຸມ ແລະ ຄະນະຮັບຜິດຊອບ (ຮ່າງ) ກົດໝາຍ ກໍໄດ້ຜັດປ່ຽນກັນປະກອບຄໍາຄິດເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດ ຢ່າງກົງໄປກົງມາໃຫ້ມີຄວາມຮັດກຸມ, ຊັດເຈນ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດສະບັບນີ້ ມີຄວາມເປັນເອກະພາບ, ຖືກຕ້ອງ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້, (ຮ່າງ) ກົດໝາຍວ່າດ້ວຍ ການຟື້ນຟູ ແລະ ການລົ້ມລະລາຍວິສາຫະກິດສະບັບນີ້ ປະກອບດ້ວຍ 2 ໝວດ, 12 ພາກ ແລະ 104 ມາດຕາ 

ຂຽນຂ່າວ-ຖ່າຍພາບ: ຂົນ ບຸນທິສານ