ກອງປະຊຸມທາບທາມຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ

ໃນຕອນເຊົ້າຂອງວັນທີ 1 ສິງຫາ 2019 ຢູ່ທີ່ໂຮງແຮມ ຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ກົມກົດໝາຍກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມທາບທາມຄໍາເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດຂຶ້ນ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ເຂົ້າຮ່ວມມີພະແນກການທີ່ກ່ຽວຂ້ອງຈາກ ແຂວງຈໍາປາສັກ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ, ແຂວງອັດຕະປື, ຄະນະຮັບຜິດຊອບສ້າງຮ່າງກົດໝາຍຈາກນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 75 ທ່ານ, ຍິງ 20 ທ່ານ.

ຈຸດປະສົງຂອງການປະຊຸມ ແມ່ນເພື່ອທາບທາມຄໍາຄິດເຫັນໃສ່ (ຮ່າງ) ກົດໝາຍວ່າດ້ວຍ ການຊົດເຊີຍຄ່າເສຍຫາຍຈາກລັດ ແມ່ນເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຊົດເຊີຍຄ່າເສຍຫາຍຈາກລັດ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ, ຮັບປະກັນໃຫ້ຜູ້ຖືກເສຍຫາຍໄດ້ຮັບການຊົດເຊີຍຄ່າເສຍຫາຍຈາກລັດ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ແລະ ການຈັດຕັ້ງ, ປົກປ້ອງຜົນປະໂຫຍດຂອງລັດ, ຍົກສູງຄວາມຮັບຜິດຊອບຂອງພະນັກງານ ຫຼື ເຈົ້າໜ້າທີ່ຂອງລັດ ໃນການປະຕິບັດໜ້າທີ່ຂອງຕົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ. ການຊົດເຊີຍຄ່າເສັຍຫາຍຈາກລັດ ແມ່ນການທົດແທນຄືນຄວາມເສຍຫາຍທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ແກ່ຜູ້ຖືກເສຍຫາຍ ຕາມຂອບເຂດການຊົດເຊີຍຄ່າເສຍຫາຍ ທີ່ໄດ້ກໍານົດໄວ້ໃນກົດໝາຍສະບັບນີ້. 
ໃນກອງປະຊຸມ ທ່ານ ປະທານ ຈຶ່ງສະເໜີ ແລະ ຮຽກຮ້ອງມາຍັງບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງສຸມໃສ່ຄົ້ນຄວ້າປະກອບຄຳເຫັນເຂົ້າໃສ່ຮ່າງກົດໝາຍສະບັບດັ່ງກ່າວ ໂດຍສະເພາະ ຕໍ່ບັນຫາທີ່ໄດ້ກ່າວມານັ້ນ ວ່າມີຄວາມຄົບຖ້ວນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ ຫຼື ບໍ່ ແລະ ໃນເວລາດຽວກັນທ່ານປະທານກອງປະຊຸມ ກໍໄດ້ສະແດງຄວາມຂອບໃຈມາຍັງບັນດາທ່ານ ທີ່ສະລະເວລາເຂົ້າຮ່ວມກອງປະຊຸມທາບທາມຄຳເຫັນໃສ່ຮາ່ງກົດໝາຍໃນຄັ້ງນີ້, ສະແດງຄວາມຂອບໃຈມາຍັງໂຄງການເຊກາ (CEGGA) ທີ່ໃຫ້ການສະໜັບສະໜູນທາງດ້ານງົບປະມານ ໃນການຈັດກອງປະຊຸມໃນເທື່ອນີ້.

ຂຽນຂ່າວ: ຂົນ ບຸນທິສານ, ຖ່າຍພາບ: ອະນຸສອນ