ກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ

ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ຢູ່ທີ່ສະໂມສອນກະຊວງຍຸຕິທຳ ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ວັນຕ້ານການສໍ້ລາດບັງຫຼວງສາກົນ ຄົບຮອບ 15 ປີ (9 ທັນວາ 2003-9 ທັນວາ 2018) ໂດຍການໃຫ້ກຽດປະທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ຜູ້ເຂົ້າຮ່ວມມີ ທ່ານ ສຸກຖາວອນ ແດງເພັງ ຫົວໜ້າພະແນກຕ້ານການສໍ້ລາດບັງຫຼວງ, ກົມສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ອົງການກວດກາລັດຖະບານ, ຫົວໜ້າກົມ, ຮອງກົມ, ຫ້ອງການ, ສກສ, ສຍຊ, ຫົວໜ້າພະແນກ, ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມທ່ານປະທານໃຫ້ກຽດເຜີຍແຜ່ບົດປາໄສຂອງ ທ່ານ ສີໄນ ມຽງລາວັນ ຮອງປະທານ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ເນື່ອງໃນໂອກາດ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 15 ປີ. ການສໍ້ລາດບັງຫຼວງ ແມ່ນສະພາບການຫຍໍ້ທໍ້ໜຶ່ງໃນກົງຈັກການຈັດຕັ້ງ ເປັນໄພອັນຕະລາຍຮ້າຍແຮງ ຊຶ່ງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນທົ່ວໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫຼື ໃຫຍ່, ທຸກຍາກ ຫຼື ຮັ່ງມີ ກໍລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ; ການສໍ້ລາດບັງຫຼວງພວມເປັນໄພຂົ່ມຂູ່ເຖິງຄວາມມີສະຖຽນລະພາບຂອງການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ, ສ້າງໃຫ້ເກີດມີຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ ເປັນການບັນທອນກຳລັງແຮງກໍຄືຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ. ການສໍ້ລາດບັງຫຼວງເປັນການສະແດງອອກຢ່າງເປີດແປນຂອງການຂາດຄຸນນະທຳ, ຂາດຈັນຍາບັນຂອງຜູ້ດຳເນີນງານໃນສັງຄົມ ກໍ່ໃຫ້ເກີດມີກຸ່ມກ້ອນຮ່ວມຜົນປະໂຫຍດທາງດ້ານເສດຖະກິດ, ການເມືອງ ແລະ ນຳໄປສູ່ຄວາມບໍ່ເປັນເອກະພາບ, ເກີດມີຄວາມແຕກແຍກ ແລະ ອື່ນໆ. ການສໍ້ລາດບັງຫຼວງເກີດຂຶ້ນດ້ວຍຫຼາຍຮູບຫຼາຍແບບ, ຫຼາຍລະດັບ ແລະ ແຜ່ລາມຢູ່ໃນຫຼາຍຂົລເຂດ ອັນພົ້ນເດັ່ນແມ່ນຂົງເຂດການຄຸ້ມຄອງບໍລິຫານລັດ, ການກໍ່ສ້າງຟື້ນຖານໂຄງລ່າງ, ການນຳໃຊ້ຊັບສິນຂອງລັດ, ການເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍງົບປະມານ, ການສວຍໃຊ້ອຳນາດໜ້າທີ່ ເພື່ອກົດໜ່ວງຖ່ວງດຶງຜົນປະໂຫຍດຈາກຜູ້ໃຊ້ບໍລິການ, ໃຊ້ຊ່ອງຫວ່າງຂອງລະບຽບກົດໝາຍ, ສ້າງນະໂຍບາຍສະເພາະ, ນອກນັ້ນ ຍັງຈົ່ງໃຈລະເມີດລະບຽບກົດໝາຍ ເພື່ອຜົນປະໂຫຍດສ່ວນຕົວ ແລະ ພັກພວກ ແລະ ຜູ້ອຶ່ນໆ. ສະນັ້ນ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແມ່ນຄວາມຈຳເປັນພາວະວິໄສ, ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍກົງຂອງພັກ, ຂອງອຳນາດລັດ ແລະ ພະນັກງານການນຳທຸກຂັ້ນ, ພັກ-ລັດ ຍັງໄດ້ຖືເອົາການຕ້ານ ແລະ ການແກ້ໄຂເປັນບັນຫາ ຕ້ອງໄດ້ປະຕິບັດຢ່າງເດັດຂາດ ແລະ ເຂັ້ມງວດ.

ຈາກນັ້ນ, ທ່ານ ບຸນເມກ ບັນນະວົງ ຫົວໜ້າກົມກວດກາ ກໍໄດ້ເຜີຍແຜ່ຄຳແນະນຳ ຂອງອົງການກວດກາລັດຖະບານ ສະບັບເລກທີ 419/ອກລ, ລົງວັນທີ 4 ທັນວາ 2018 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ). ຈຸດປະສົງຄື: 1. ເພື່ອຜັນຂະຫຍາຍເນື້ອໃນບາງມາດຕາທີ່ປັບປຸງ ແລະ ສ້າງໃໝ່ ຂອງກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ) ໃຫ້ລະອຽດ, ຈະແຈ້ງ ແລະ ຮັດກຸມກວ່າເກົ່າ; 2. ເພື່ອແນະນຳ, ອະທິບາຍ ແລະ ຍົກຕົວຢ່າງໃຫ້ຂະແໜງການ, ທ້ອງຖິ່ນ ໃຫ້ມີຄວາມເຂົ້າໃຈແຈ້ງ ແລະ ສະດວກໃນການຈັດຕັ້ງປະຕິບັດຕົວຈິງ ແນໃສ່ເຮັດໃຫ້ການເຄື່ອນໄຫວວຽກງານກວດກາລັດ ຖືກຕ້ອງຮັດກຸມ, ເຂັ້ມງວດ, ມີຜົນສັກສິດຕາມກົດໝາຍວ່າດ້ວຍ ການກວດກາລັດ (ສະບັບປັບປຸງ) ໄດ້ກຳນົດໄວ້; 3. ເພື່ອໃຫ້ຄະນະພຳ ກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ອົງການກວດກາລັດແຕ່ລະຂັ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພົນລະເມືອງ ມີຄວາມເຂົ້າໃຈເປັນເອກະພາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ