ກອງປະຊຸມຄົ້ນຄວ້າປະກອບຄຳເຫັນ ໃສ່ຮ່າງກົດໝາຍວ່າດ້ວຍ ແນວລາວສ້າງຊາດ (ສະບັບປັບປຸງ)

      ໃນ​ຕອນ​ເຊົ້າ​ຂອງວັນ​ທີ 1 ກຸມພາ 2018 ທີ່ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ ​​ແນວ​ລາວ​ສ້າງ​ຊາດ ສະບັບ​ປັບປຸງ ໂດຍ​ການ​ເປັນ​ປະທານ​ຮ່ວມຂອງທ່ານ  ​ອິນທະ​ປັນຍາ ຂຽວວົງ​ພະຈັນ ຫົວໜ້າກົມ​ກົດໝາຍ ກະຊວງ​ຍຸຕິ​ທຳ ​ແລະ ທ່ານ ຄະນອງ​ລິດ ສີ​ສົມບູນ ຫົວໜ້າກົມ​ສາສະໜາ ສູນ​ກ​າງ​ແນວ​ລາວ​ສ້າງ​ຊາດ, ມີ​ຜູ້ຕາງໜ້າຈາກ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ, ສະພາ​ແຫ່ງ​ຊາດ​, ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກສ່ວນເຂົ້າ​ຮວ່ມ.

    ​ໃນ​ທີ່​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍວ່າ​ດ້ວຍ ​​ແນວ​ລາວ​ສ້າງ​ຊາດ ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ດີ.

    ຊື່​ງຮ່າງ​ກົດໝາຍສະບັບ​ປັບປຸງ​ດັ່ງກ່າວ​ປະກອບ​ມີ 14 ພາກ 4 ໝວດ 68 ມາດຕາ ​ໃນ​ນັ້ນ​ໄດ້​​​ຮັກສາ​ເນື້ອ​ໃນ​ເດີມ​ຂອງ​ກົດໝາຍສະບັບ​ເກົ່າ​ໄວ້ 21 ມາດຕາ,ປັບປຸງ​ 26 ມາດຕາ ​ແລະ ສ້າງ​ຂື້ນ​ໃໝ່ 21ມາດຕາ​.

     ຈຸດປະສົງ​ຂອງ​ການ​ປັບປຸງ​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ເຮັດ​ໃຫ້​ກົດໝາຍວ່າ​ດ້ວຍ​​ ແນວ​ລາວ​ສ້າງ​ຊາດ ມີ​​ເນື້ອ​ໃນ​ເລິກ​ເຊິ່ງ ຈະ​ແຈ້ງ ​ແລະ ​ຮັດກຸມ​ຂື້ນ​ກວ່າ​ເກົ່າ ​ທັງສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ສັງຄົມ ທັງ​ນີ້​ເພື່ອ​ຮັບປະກັນ​​ໃຫ້​​ແກ່ການ​ປະຕິບັດ​ພາລະ​ບົດບາດ, ສິດ ​ແລະ ໜ້າທີ່​ຂອງ​ແນວ​ລາວ​ສ້າງ​ຊາດ ​ໃຫ້​ມີ​ປະສິດທິ​ຜົນ​ສູງ ​ແນ່​ໃສ່​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ປອງ​ດອງ, ປຸກລະດົມ​ຄວາມ​ຕື່ນ​ຕົວ, ນ້ຳ​ໃຈ​ຮັກ​ຊາດ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ ທະນາ​ປະ​ເທດ​ຊາດ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ຮັ່ງມີ, ສີວິ​ໄລ ​ແລະ ຍຸຕິ​ທຳ​​.

                                                                    

                                                                     ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ

                                                                     ພາບ: ​ ສົມ​ຫວັງ