ກອງປະຊຸມຄົ້ນຄວ້າປະກອບຄຳເຫັນໃສ່ຮ່າງກົດໝາຍ ວ່າດ້ວຍ ຄວາມປອດໄພດ້ານລັງສີ ແລະ ນິວເຄຼຍ ທີ່ ກະຊວງຍຸຕິທຳ

ໃນ​ຕອນ​ເຊົ້າ​ຂອງວັນ​ທີ 2 ກໍລະກົດ 2018 ທີ່ ກະຊວງ​ຍຸຕິ​ທຳ ​ໄດ້​ເປີດ​ກອງ​ປະຊຸມ​ຄົ້ນຄວ້າ ປຶກສາ​ຫາລື ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ​​ ຄວາມປອດໄພດ້ານລັງສີແລະ ນິວເຄຼຍ  ໂດຍ​ການ​ເປັນ​ປະທານ​ຮ່ວມຂອງ ທ່ານ ປອ. ​ເສີມ​ສຸກ ສິມ​ພະ​ວົງ ຮອງ​ລັດຖະມົນຕີກະຊວງ​ຍຸຕິທຳ, ​ເປັນກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ປອ. ສຸລິ​ອຸ​ດົງ ສຸນ​ດາລາ ຮອງ​ລັດຖະມົນຕີ​ກະຊວງ ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ມີ​ບັນດາ​ຫົວໜ້າກົມ-ຮອງ​ຫົວໜ້າກົມ, ​ຫົວໜ້າພະ​ແນ​ກ-ຮອງ​ພະ​ແນ​ກ ​ແລະ ພະນັກງານວິຊາ​ການ​ກົດໝາຍຂອງ​ສອງ​ພາກສ່ວນເຂົ້າ​ຮວ່ມ.

​ໃນ​ທີ່​ປະຊຸມ​ຜູ້​ເຂົ້າ​ຮວ່ມກໍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ​ປຶກສາ​ຫາລື ​ແລກປຽ່ນບົດຮຽນ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່​ຮ່າງ​ກົດໝາຍ ວ່າ​ດ້ວຍ ຄວາມປອດໄພດ້ານລັງສີແລະ ນິວເຄຼຍ​​, ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ​ແລະ ມີບັນຍາກາດ​ດີ ຊຶ່ງຮ່າງ​ກົດໝາຍ ວ່າ​ດ້ວຍ ຄວາມປອດໄພດ້ານລັງສີແລະ ນິວເຄຼຍປະກອບ​ມີ 13 ພາກ 5 ໝວດ 77 ມາດຕາ.

ຈຸດປະສົງ​ຂອງ​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເປັນ​ການ ກຳນົດຫຼັກການ, ລະບຽບການ ​ແລະ ມາດ​ຕະການ ກ່ຽວກັບ​ການ​ຄຸ້ມ​ຄອງ, ການ​ຕິດຕາມ​ກວດກາ ການຈັດ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ວຽກງານ​ຄວາມ​ປອດ​ໄພ​ດ້ານ​ລັງສີ ​ແລະ ນິວ​ເຄຼຍ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ​ວຽກງານ​ດັ່ງກ່າວ ​ໃຫ້​ຖືກຕ້ອງ​ຕາມ​ມາດຕະຖານ​ດ້ານ​ເຕັກນິກ, ຮັບປະກັນ​ໃຫ້​ມີ​ຄວາມ​ປອດ​ໄພ​ໃນ​ການ​ນຳ​ໃຊ້, ການ​ຂົນ​ສົ່ງ​ການ​ກະກຽມ ພ້ອມ​ຮັບ​ມື​ກັບ​ກໍລະນີ​ເກີດ​ເຫດ​ສຸກ​ເສີນ ​ແລະ ມີ​ຄວາມໝັ້ນຄົງ​ໃນ​ການ​ຮັກສາ​ແຫຼ່ງກຳ​ມະຕະ​ພາບ​ລັງສີ ​ແນ່​ໃສ່​ປ້ອງ​ກັນ ​ແລະ ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່ ສຸຂະພາບ​ຂອງ​ຄົນ, ສັດ, ພືດ ​ແລະ ສິ່ງ​ແວດ​ລ້ອມ ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ພ້ອມສາມາດ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ​ແລະ ສາກົນ.

                                                                     ຂ່າວ: ອ່ອນ​ຄຳ ​ໄຊ​ຍະ​ວົງ  ພາບ: ​ ສຸກ​ສາຄອນ