ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ).

ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2018. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາທ່ານຄະນະກົມ-ຮອງກົມ, ຜູ້ຕ່າງຈາກສະພາແຫ່ງຊາດ, ສຳນັກງານນາຍົກລັດຖະມົນຕີ, ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.

         ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນການກວດກາຄືນການດໍາເນີນການປັບປຸງຂອງຮ່າງກົດໝາຍສະບັບດັ່ງກ່າວເຊັ່ນ ການກວດກາໂຄງສ້າງຂອງຮ່າງກົດໝາຍ, ບັນຫາທີ່ເຫັນວ່າຍັງບໍ່ສອດຄ່ອງກັບສະພາບຕົວຈິງ, ເພື່ອເຮັດໃຫ້ຮ່າງກົດໝາຍສະບັບນີ້ມີຄວາມສົມບູນ, ຄົບຖ້ວນ ແລະ ສອດຄ່ອງກັບລະບຽບກົດໝາຍ ແນໃສ່ຮັບປະກັນການປົກປັກຮັກສາຄຸນນະພາບຂອງດິນ, ແຫຼ່ງນ້ໍາ, ຊີວະນາໆພັນ, ສິ່ງແວດລ້ອມຕາມທິດສີຂຽວ ແລະ ຍືນຍົງ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ທັງນີ້ກໍເພື່ອເປັນການກະກຽມຄວາມພ້ອມກ່ອນຈະນຳເອົາຮ່າງກົດໝາຍສະບັບດັ່ງກ່າວເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII, ຊຶ່ງ​ຮ່າງ​ກົດໝາຍສະບັບ​ປັບປຸງ​ນີ້ປະກອບ​ມີ, XIII ພາກ ແລະ 160 ມາດຕາ.

​ຫຼັງຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງກົດໝາຍ ວ່າ​ດ້ວຍ​ປ່າໄມ້ ສະບັບ​ປັບປຸງ ຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ.

ຂຽນຂ່າວ: ປາວີຄຳ ເພັດທະລາກຸນ, ພາບ: ສຸກສາຄອນ ຈັນທະວຸດ