ກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍຫຼັກຊັບ

ຕອນເຊົ້າວັນທີ 7 ສິງຫາ 2019 ກົມກົດໝາຍ ກະຊວງຍຸຕິທຳ ຮ່ວມກັບ ທະນະຄານ ແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງຂອງຮ່າງກົດໝາຍວ່າດ້ວຍ ຫຼັກຊັບ ຂຶ້ນໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ມີຮອງຫົວໜ້າກົມກົດໝາຍ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານວິຊາການ ຂອງສອງພາກສ່ວນເຂົ້າຮ່ວມຈຳນວນ 22 ທ່ານ, ຍິງ 5 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອປັບປຸງເງື່ອນໄຂ, ເອກະສານປະກອບ, ໜັງສືຊວນຊື້ສຳລັບການອອກຈຳ ໜ່າຍຮຸ້ນ ແລະ ຮຸ້ນກູ້ ໃຫ້ມີຄວາມຊັດເຈນ; ການຄຸ້ມຄອງບໍລິຫານກິດຈະກຳ (CG) ຂອງບໍລິສັດອອກຈຳໜ່າຍ ຮຸ້ນ, ບໍລິສັດອອກຈຳໜ່າຍຮຸ້ນກູ້ ແລະ ບໍລິສັດຈົດທະບຽນ, ການຄອບຄອງກິດຈະການ, ລາຍການທີ່ກ່ຽວພັນ ແລະ ການໄດ້ມາ ແລະ ການໝົດໄປຂອງການໄດ້ຊັບສິນ; ພາກກອງທຶນຮ່ວມ ໂດຍສະເພາະແມ່ນການເພີ່ມເນື້ອໃນໃໝ່ ກ່ຽວກັບກອງທຶນຮ່ວມ ແລະ ກອງທຶນສ່ວນບຸກຄົນ; ປັບປຸງສະຖາບັນສື່ກາງດ້ານຫຼັກຊັບໃຫ້ຄົບຖ້ວນ ເປັນຕົ້ນ ບໍລິສັດປະເມີນມູນຄ່າຊັບສິນ ແລະ ຕົວແທນຜູ້ຖືຮຸ້ນກູ້ ແລະ ພັນທະບັດລັດຖະບານ; ບົດບັນຍັດກ່ຽວກັບນັກວິຊາຊີບທຸລະກິດ; ບົດບັນຍັດຂອງຕະຫຼາດຫຼັກຊັບລາວ, ເພີ່ມເນື້ອໃນກ່ຽວກັບ ການກະທຳທີ່ບໍ່ຍຸຕິທຳໃນການຊື້-ຂາຍ ຫຼັກຊັບ; ເນື້ອໃນການສືບສວນ-ສອບສວນ ໃຫ້ຈະແຈ້ງຂຶ້ນກວ່າເກົ່າ; ເພີ່ມເນື້ອໃນກ່ຽວກັບ ການພົວພັນສາກົນກ່ຽວກັບວຽກງານຫຼັກຊັບ; ການແກ້ໄຂຂໍ້ຂັດແຍ່ງ ໂດຍໄດ້ຕັດເນື້ອໃນ ກ່ຽວກັບ ການແກ້ໄຂຂໍ້ຂັດແຍ່ງ ຄຄຊ ອອກ; ເນື້ອໃນການຄຸ້ມຄອງ ແລະ ການກວດກາວຽກງານຫຼັກຊັບ.

ກົດໝາຍສະບັບນີ້ ປະກອບມີ 17 ພາກ, 13 ໝວດ, 217 ມາດຕາ. ໃນນັ້ນ, ມາດຕາທີ່ຕ້ອງຜັນຂະຫຍາຍ ປະກອບມີ 35 ມາດຕາ ຄື: ມາດຕາ 9, 11, 12, 17, 20, 22, 23, 24, 28, 29, 31, 32, 36, 37, 38, 39,40, 43, 44, 53, 61, 83, 84, 90, 97, 103,109, 116,150, 151, 152, 165, 190, 194 ແລະ 205. 
ໃນກອງປະຊຸມທ່ານປະທານກອງປະຊຸມກໍໄດ້ມີຄຳຖາມເຈາະຈີ້ມ ກ່ຽວກັບບາງມາດຕາ, ການຈັດວາງໂຄງຮ່າງ ແມ່ນມີຄວາມຖືກຕ້ອງ, ຄົບຖ້ວນ, ເໝາະສົມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຫຼື ບໍ່ ? ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳເຫັນໃສ່ບາງມາດຕາຂອງຮ່າງກົດໝາຍວ່າດ້ວຍ ຫຼັຫຊັບ ຢ່າງກົງໄປກົງມາ.

ຂຽນຂ່າວ-ຖ່າຍພາບ ໂດຍ: ບຸນຖອມ ພະສະແຫວງ