ສູນປະເມີນຜົນກະທົບຂອງຮ່າງນິຕິກຳ

ລະບົບການປະເມີນຜົນກະທົບຂອງຮ່າງນິຕິກຳໃນ ສປປ ລາວ

ສະພາແຫ່ງຊາດໄດ້ຮັບຮອງເອົາກົດໝາຍວ່າດ້ວຍການສ້າງນິຕິກຳ ສະບັບເລກທີ 19/ສພຊ, ລົງວັນທີ 12 ກໍລະກົດ 2012 ຊຶ່ງໄດ້ກຳນົດຫຼັກການ ແລະ ເງື່ອນໄຂ ກ່ຽວກັບການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ ໃນ ສປປ ລາວ. ກົດໝາຍດັ່ງກ່າວໄດ້ຮຽກຮ້ອງໃຫ້ມີການປະເມີນຜົນກະທົບດ້ານກົດໝາຍ ແລະ ການເງິນຂອງຮ່າງກົດໝາຍ ແລະ ນິຕິກຳ ຊຶ່ງຈະໄດ້ກຳນົດເຂົ້າໃນບົດປະເມີນຜົນກະທົບຂອງຮ່າງກົດໝາຍ ແລະ ນິຕິກຳ.

ກະຊວງຍຸຕິທຳ ໄດ້ອອກຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການປະເມີນຜົນກະທົບຂອງຮ່າງນິຕິກຳ ສະບັບເລກທີ 517/ກຍ, ລົງວັນທີ 7 ກໍລະກົດ 2014. ຂໍ້ຕົກລົງດັ່ງກ່າວໄດ້ກຳນົດບັນດາຫຼັກການ, ເງື່ອນໄຂ ແລະ ຂັ້ນຕອນ ເພື່ອໃຫ້ອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳນຳໃຊ້ເປັນບ່ອນອີງໃນການປະເມີນຜົນກະທົບຂອງຮ່າງກົດໝາຍ ແລະ ນິຕິກຳຕົນ.

ຂໍ້ຕົກລົງຍັງໄດ້ກຳນົດວິທີການກະກຽມ ແລະ ນຳໃຊ້ບົດປະເມີນຜົນກະທົບ ໃນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳຕົນ.

ຍ້ອນເຫັນໄດ້ເຖິງຄວາມສຳຄັນ ແລະ ຜົນປະໂຫຍດຂອງການປະເມີນຜົນກະທົບ, ກະຊວງຍຸຕິທຳ ໄດ້ສ້າງຕັ້ງສູນປະເມີນຜົນກະທົບຂອງຮ່າງນິຕິກຳຂຶ້ນ ຢູ່ກົມກົດໝາຍ.

ຮ່າງນິຕິກຳທີ່ຕ້ອງເຮັດບົດປະເມີນຜົນກະທົບ

ປະເພດຂອງຮ່າງນິຕິກຳທີ່ຕ້ອງເຮັດບົດປະເມີນຜົນກະທົບ ແມ່ນ:

  • ຮ່າງດຳລັດຂອງລັດຖະບານ (ຍົກເວັ້ນຮ່າງດຳລັດກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ດຳລັດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ແລະ ອົງການທີ່ຂຶ້ນກັບລັດຖະບານ);
  • ຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າອົງການທີ່ຂຶ້ນກັບລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ.

ພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ

ປະເພດຂອງຮ່າງນິຕິກຳທີ່ຕ້ອງເຮັດບົດປະເມີນຜົນກະທົບ ແມ່ນ:

  • ຮ່າງກົດໝາຍ;
  • ຮ່າງລັດຖະບັນຍັດຂອງປະທານປະເທດ;
  • ຮ່າງດຳລັດຂອງລັດຖະບານ (ຍົກເວັ້ນຮ່າງດຳລັດກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈຳສະພາແຫ່ງຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ດຳລັດກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ແລະ ອົງການລັດທຽບເທົ່າກະຊວງ);
  • ຮ່າງຂໍ້ຕົກລົງຂອງນາຍົກລັດຖະມົນຕີ, ຂອງລັດຖະມົນຕີ, ຂອງຫົວໜ້າອົງການລັດທຽບເທົ່າກະຊວງ, ຂອງເຈົ້າແຂວງ ແລະ ຂອງເຈົ້າຄອງນະຄອນຫຼວງ.

ໜ້າທີ່ຕົ້ນຕໍຂອງສູນປະເມີນຜົນກະທົບຂອງຮ່າງນິຕິກຳ

ສູນປະເມີນຜົນກະທົບຂອງຮ່າງນິຕິກຳ ຈະສະໜັບສະໜູນອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ ໃນການເຮັດການປະເມີນຜົນກະທົບຂອງຮ່າງກົດໝາຍ ແລະ ນິຕິກຳ ເພື່ອຮັບປະກັນໃຫ້ການເຮັດການປະເມີນຜົນກະທົບມີປະສິດທິພາບ.

ໜ້າທີ່ຕົ້ນຕໍຂອງສູນປະເມີນຜົນກະທົບຂອງຮ່າງນິຕິກຳມີດັ່ງນີ້:

  • ສະໜັບສະໜູນອົງການຈັດຕັ້ງຂອງລັດ ໃຫ້ມີຄວາມເຂົ້າໃຈ ແລະ ຈັດຕັ້ງປະຕິບັດການປະເມີນຜົນກະທົບຂອງຮ່າງກົດໝາຍ ແລະ ນິຕິກຳຕ່າງໆ;
  • ກວດກາບົດປະເມີນຜົນກະທົບຂອງຮ່າງກົດໝາຍ ແລະ ນິຕິກໍາຕ່າງໆ.

ສູນປະເມີນຜົນກະທົບຂອງຮ່າງນິຕິກຳ ຍັງມີໜ້າທີ່ດັ່ງນີ້:

  • ພັດທະນາ ຂັ້ນຕອນທີ່ໂປ່ງໃສ, ເປັນເອກະພາບ ແລະ ສ້າງຄູ່ມືການປະເມີນຜົນກະທົບສຳລັບອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ;
  • ຝຶກອົບຮົມອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ ໃນການກະກຽມ ແລະ ນຳໃຊ້ການປະເມີນຜົນກະທົບເຂົ້າໃນການສ້າງກົດໝາຍ ແລະ ນິຕິກຳຂອງຕົນ;
  • ໃຫ້ການຊ່ວຍເຫຼືອຂະແໜງຍຸຕິທຳຢູ່ທ້ອງຖິ່ນ ໃນການກວດກາ, ແນະນຳ ແລະ ໃຫ້ຄຳເຫັນ ກ່ຽວກັບຄຸນນະພາບຂອງການປະເມີນຜົນກະທົບ ທີ່ປະຕິບັດໂດຍອົງການຮັບຜິດຊອບສ້າງ ແລະ ປັບປຸງຮ່າງກົດໝາຍ ແລະ ນິຕິກຳຢູ່ຂັ້ນທ້ອງຖິ່ນ;
  • ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພາກສ່ວນຕ່າງໆ ໃນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ ໃຫ້ສອດຄ່ອງກັບການປະຕິບັດທີ່ດີຂອງສາກົນ.