ພາກທຸລະກິດ ແລະ ຊຸມຊົນ

ການເຂົ້າຮ່ວມ

ໃນການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ, ອົງການຮັບຜິດຊອບສ້າງ ຫຼື ຮ່າງກົດໝາຍ ແລະ ນິຕິກຳ ມີຄວາມຕ້ອງການຄຳເຫັນຈາກຊຸມຊົນ ແລະ ພາກທຸລະກິດ ກ່ຽວກັບເປົ້າໝາຍ, ທາງເລືອກ ແລະ ຜົນກະທົບ ລວມທັງຜົນປະໂຫຍດ ແລະ ຄ່າໃຊ້ຈ່າຍທີ່ຈະເກີດຂຶ້ນ ເພື່ອຮັບປະກັນໃຫ້ກົດໝາຍ ແລະ ນິຕິກຳດັ່ງກ່າວ ສາມາດສະໜັບສະໜູນ ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ.

ອົງການຮັບຜິດຊອບສ້າງ ຫຼື ປັບປຸງກົດໝາຍ ແລະ ນິຕິກຳ ຈະຕ້ອງເຮັດບົດປະເມີນຜົນປະທົບຂອງຮ່າງກົດໝາຍ ແລະ ນິຕິກຳ. ຊຶ່ງພາກສ່ວນໜຶ່ງຂອງບົດປະເມີນດັ່ງກ່າວແມ່ນການກໍານົດລາຍລະອຽດກ່ຽວກັບການທາບທາມຄໍາເຫັນເປີດກວ້າງ, ເປັນຕົ້ນແມ່ນຜູ້ເຂົ້າຮ່ວມຈາກພາກທຸລະກິດ, ຊຸມຊົນ ແລະ ລັດຖະບານໃນການທາບທາມຄຳເຫັນ; ຜົນໄດ້ຮັບຂອງການທາບທາມຄຳເຫັນມີຄືແນວໃດ; ແລະ ຜົນໄດ້ຮັບດັ່ງກ່າວໄດ້ປະກອບສ່ວນເຂົ້າໃນຮ່າງກົດໝາຍ ແລະ ນິຕິກຳຄືແນວໃດ.

ການທາບທາມຄຳເຫັນສາມາດດຳເນີນໃນໄລຍະການລິເລີ່ມກະກຽມຮ່າງບົດປະເມີນຜົນກະທົບຂອງຮ່າງນິຕິກຳ ແລະ ໃນໄລຍະທີ່ອົງການຮັບຜິດຊອບໄດ້ນຳເອົາຮ່າງບົດປະເມີນຜົນກະທົບຂອງຮ່າງນິຕິກຳ ແລະ ຮ່າງນິຕິກຳລົງໃນເວັບໄຊຈົດໝາຍເຫດທາງລັດຖະການ ແລະ ເວັບໄຊຂອງອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ເພື່ອທາບທາມຄຳເຫັນແບບເປີດກວ້າງຈາກພາກທຸລະກິດ ແລະ ຊຸມຊົນ.

ຂະບວນການປະເມີນຜົນກະທົບຂອງຮ່າງນິຕິກຳໃນ ສປປ ລາວ ໄດ້ສະໜັບສະໜູນໃຫ້ມີການທາບທາມຄຳເຫັນລະຫວ່າງ ພາກທຸລະກິດ, ຊຸມຊົນ ແລະ ລັດຖະບານ. ພາກສ່ວນດັ່ງກ່າວ ແມ່ນຮຽກຮ້ອງໃຫ້ມີການເຂົ້າຮ່ວມໃນການປະກອບຄຳເຫັນຕໍ່ຮ່າງກົດໝາຍ ແລະ ນິຕິກຳຢ່າງເປັນຂະບວນຟົດຟື້ນ.

ການມີສ່ວນຮ່ວມ

ພາກທຸລະກິດ ແລະ ຊຸມຊົນທີ່ມີຄວາມສົນໃຈ ແລະ ໄດ້ຮັບຜົນກະທົບຈາກຮ່າງກົດໝາຍ ແລະ ນິຕິກຳ ຈະຖືກຊຸກຍູ້ໃຫ້ຕິດຕໍ່ພົວພັນກັບອົງການຈັດຕັ້ງຂອງລັດທີ່ຮັບຜິດຊອບສ້າງ ຫຼື ປັບປຸງຮ່າງກົດໝາຍ ແລະ ນິຕິກຳ ເພື່ອປະກອບຄຳເຫັນໃສ່ຮ່າງກົດໝາຍ ແລະ ນິຕິກຳ. ພາກທຸລະກິດ ແລະ ຊຸມຊົນ ສາມາດປະກອບຄໍາເຫັນໄດ້ໃນໄລຍະລິເລີ່ມຮ່າງກົດໝາຍ ແລະ ນິຕິກຳ ຫຼື ໃນເວລາທີ່ຮ່າງບົດປະເມີນຜົນກະທົບແລະ ຮ່າງກົດໝາຍ ແລະ ນິຕິກຳນັ້ນ ໄດ້ຖືກພິມລົງໃນເວັບໄຊ ເພື່ອທາບທາມຄຳເຫັນແບບເປີດກວ້າງ.

ນອກນັ້ນ, ພາກທຸລະກິດ ແລະ ຊຸມຊົນທີ່ມີຄວາມສົນໃຈ ແລະ ໄດ້ຮັບຜົນກະທົບຈາກຮ່າງກົດໝາຍ ແລະ ນິຕິກຳ ຍັງສາມາດປະກອບຄຳເຫັນຕໍ່ຮ່າງກົດໝາຍ ແລະ ນິຕິກຳ ຜ່ານສູນປະເມີນຜົນກະທົບຂອງຮ່າງນິຕິກຳ, ກົມກົດໝາຍ, ກະຊວງຍຸຕິທຳ.

ຕິດຕໍ່ພົວພັນສູນປະເມີນຜົນກະທົບຂອງຮ່າງນິຕິກຳ