ພະແນກຍຸຕິທໍາຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ

ພະແນກຍຸຕິທໍາແຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງ ຜົ້ງສາລີ

ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2018 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຜົ້ງສາລີໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ແລະ ແນະນໍາວິທີການໂຄສະນາເຜີຍແຜ່ກົດໝາຍໃຫ້ສໍານັກງານ, ອົງການອ້ອມຂ້າງແຂວງຂຶ້ນ ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ ໂດຍການເປັນປະທານຂອງທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກຍຸຕິທໍາແຂວງ, ໃນນັ້ນມີບັນດາພະນັກງານໂຄສະນາເຜີຍແຜ່ກົດໝາຍປະຈໍາສໍານັກງານ, ອົງການອ້ອມຂ້າງແຂວງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນພະແນກຍຸຕິທໍາແຂວງເຂົ້າຮ່ວມທັງໝົດ 42 ຄົນ, ຍິງ 12 ຄົນ.

Subscribe to RSS - ພະແນກຍຸຕິທໍາຂວງຜົ້ງສາລີ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ