ພະແນກຍຸຕິທຳແຂວງຈຳປາສັກ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ 3 ເມືອງ

ພະແນກຍຸຕິທຳແຂວງຈຳປາສັກ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ 3 ເມືອງ

ໃນລະຫວ່າງວັນທີ 22-28 ພະຈິກ 2018 ທີ່ຜ່ານມາ ພະແນກຍຸຕິທໍາແຂວງຈໍາປາສັກ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ເພື່ອສ້າງຄວາມເຂັ້ມແຂງໃຫ້ອົງການປົກຄອງຂັ້ນເມືອງ, ກຸ່ມບ້ານ ແລະ ບ້ານ ຈຳນວນ 3 ເມືອງຄື: ເມືອງ ຈຳປາສັກ, ເມືອງ ຊະນະສົມບູນ ແລະ ເມືອງ ສຸຂຸມາ. ນຳພາໂດຍ ທ່ານ ນາງ ທອງດຳ ອ່ອນຈັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ເຂົ້າຮ່ວມຮັບຟັງທັງໝົດ 440 ຄົນ, ຍິງ 96 ຄົນ.

Subscribe to RSS - ພະແນກຍຸຕິທຳແຂວງຈຳປາສັກ ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ຢູ່ 3 ເມືອງ