ພາລະບົດບາດ ແລະ ໜ້າທີ່ ຂອງອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ
ພາກສ່ວນຕັດສິນບັນຫາ (ເຊັ່ນ: ສະພາແຫ່ງຊາດ, ລັດຖະມົນຕີ, ເຈົ້າແຂວງ, ຫົວໜ້າກົມ) ຕ້ອງການຂໍ້ມູນທີ່ຄົບຖ້ວນ ເພື່ອສາມາດຕັດສິນບັນຫາໄດ້ຢ່າງເໝາະສົມ.
ໃນເວລາທີ່ສ້າງ ຫຼື ປັບປຸງຮ່າງກົດໝາຍ ແລະ ນິຕິກຳ, ອົງການຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳ ຈະຕ້ອງ:
- ເຮັດການປະເມີນຜົນກະທົບທາງດ້ານກົດໝາຍ ແລະ ການເງິນຂອງຮ່າງກົດໝາຍ ແລະ ນິຕິກຳ ໂດຍນຳໃຊ້ບົດປະເມີນຜົນກະທົບຂອງຮ່າງນິຕິກຳ;
- ນຳສົ່ງບົດປະເມີນຜົນກະທົບຂອງຮ່າງນິຕິກຳ ແລະ ຮ່າງນິຕິກຳ ໃຫ້ແກ່ຜູ້ຕັດສິນບັນຫາ ເພື່ອກວດກາຄືນ.
ການປະເມີນຜົນກະທົບກວມເອົາການທາບທາມຄຳເຫັນແບບເປີດກວ້າງໃນເວລາ 60 ວັນ ໂດຍຜ່ານວິທີການຈັດກອງປະຊຸມ-ສຳມະນາ ແລະ ການພິມລົງໃນເວັບໄຊຂອງກະຊວງ-ອົງການທີ່ສ້າງ ຫຼື ປັບປຸງຮ່າງກົດໝາຍ ແລະ ນິຕິກຳ ຫຼື ການພິມລົງໃນເວັບໄຊຈົດໝາຍເຫດທາງລັດຖະການ.
ອົງການຮັບຜິດຊອບກວດກາຄືນ (ເປັນຕົ້ນແມ່ນກະຊວງຍຸຕິທຳ) ຈະພິຈາລະນາ ແລະ ກວດກາຮ່າງກົດໝາຍ ແລະ ນິຕິກຳ ກໍຕໍ່ເມື່ອໄດ້ຮັບເອກະສານຕ່າງໆ ທີ່ກ່ຽວຂ້ອງ ລວມທັງບົດປະເມີນຜົນກະທົບຂອງຮ່າງນິຕິກຳ.
ເງື່ອນໄຂຄວາມຕ້ອງການ
ໃນການເຮັດບົດປະເມີນຜົນກະທົບຂອງຮ່າງນິຕິກຳ, ອົງການຮັບຜິດຊອບຮ່າງກົດໝາຍ ແລະ ນິຕິກຳຈະຕ້ອງ:
- ສະໜອງຂໍ້ມູນລະອຽດຂອງຮ່າງກົດໝາຍ ແລະ ນິຕິກຳ ລວມທັງເປົ້າໝາຍ ແລະ ຈຸດປະສົງ;
- ຄາດຄະເນພາກສ່ວນທີ່ອາດຈະໄດ້ຮັບຜົນກະທົບຈາກຮ່າງກົດໝາຍ ແລະ ນິຕິກຳ ຈາກຊຸມຊົນ, ພາກທຸລະກິດ ແລະ ລັດຖະບານ;
- ພິຈາລະນາຄວາມສອດຄ່ອງຂອງກົດໝາຍ ແລະ ນິຕິກຳ ກັບບັນດານິຕິກຳຕ່າງໆທີ່ມີ ແລະ ພັນທະສາກົນ;
- ສຶກສາຄົ້ນຄວ້າທາງເລືອກອື່ນໆ ລວມທັງ ທາງເລືອກທີ່ແມ່ນນິຕິກຳ ແລະ ທາງເລືອກທີ່ບໍ່ແມ່ນນິຕິກຳ;
- ຈັດຕັ້ງປະຕິບັດການທາບທາມຄຳເຫັນຈາກຜູ້ມີສ່ວນຮ່ວມຢ່າງເໝາະສົມໃນໄລຍະການພັດທະນາຮ່າງກົດໝາຍ ແລະ ນິຕິກຳ;
- ພິຈາລະນາບັນດາຜົນກະທົບທີ່ອາດຈະເກີດຂຶ້ນໃນລະດັບສູງ ຂອງຮ່າງກົດໝາຍ ແລະ ນິຕິກຳ;
- ອະທິບາຍກ່ຽວກັບການສະໜັບສະໜູນແກ່ຊຸມຊົນ ແລະ ພາກທຸລະກິດ ໃນການປະຕິບັດຕາມກົດໝາຍ ແລະ ນິຕິກຳ;
- ອະທິບາຍວ່າຈະມີການເຮັດທົບທວນຄືນກົດໝາຍ ແລະ ນິຕິກຳພາຍຫຼັງຮັບຮອງໃນເວລາໃດ ແລະ ດ້ວຍວິທີການໃດ;
- ຄາດຄະເນຜົນກະທົບຕໍ່ງົບປະມານຂອງລັດໃນແຕ່ລະຂັ້ນການປົກຄອງຂອງລັດຖະບານ.