ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຫ້ອງການຍຸຕິທໍາເມືອງ ນ້ຳບາກ ລົງຊຸກຍູ້ວຽກງານຍຸຕິທໍາຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ

          ໃນວັນທີ 13 ພຶດສະພາ 2022 ທ່ານ ບຸນຈັນ ວັນນະສີ ຫົວໜ້າໜ່ວຍງານກົດໝາຍ ແລະ ໂຄສະນາເຜີຍແຜ່ກົດໝາຍ ຫ້ອງການຍຸຕິທຳເມືອງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຍຸຕິທໍາຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ຢູ່ບ້ານ ນາຮຳ ກຸ່ມ ນ້ຳງາ, ເມືອງ ນ້ຳບາກ ແຂວງ ຫຼວງພະບາງ ມີທ່ານ ຄຳເພັດ ນາຍບ້ານ, ຄະນະບາ້ນ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 96 ຄົນ ຍິງ 27 ຄົນ.

ພະນັກງານ-ລັດຖະກອນ ຂອງພະແນກຍຸຕິທຳແຂວງ ຫຼວງພະບາງ ເຊື່ອມຊຶມເອກະສານສັງລວມຫາງສຽງຂອງສັງຄົມ

          ໃນຕອນເຊົ້າວັນທີ 5 ພຶດສະພາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງຫຼວງພະບາງ ໄດ້ຈັດພິທີເຊື່ອມຊຶມເອກະສານສັງລວມ-ຫາງສຽງສັງຄົມ, ໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເປັນຜູ້ເຊື່ອມຊຶມເອກະສານໂດຍທ່ານ ນາງ ວຽນວິໄລ ດີລະພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ມີຄະນະພັກ, ຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ພາຍໃນພະແນກ ແລະ ພະນັກງານ-ລັດຖະກອນ ທີ່ມາຈາກຄະນະໂຄສະນາອົບຮົມແຂວງຈໍານວນໜຶ່ງເຂົ້າຮ່ວມ.

ໜ່ວຍພັກພະແນກຍຸຕິທໍາແຂວງ ຫຼວງພະບາງ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ2021

          ໃນວັນທີ 6 ເມສາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ໄດ້ຈັດໃຫ້ມີພິທີຮັບນານມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2021 ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ປ ອ ຄໍາຄ່ອງ ພົມມະປັນຍາ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ມີຄະນະພັກ, ສາມາຊິກພັກ, ແຂກຖືກເຊີນຈາກໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.

ພະແນກຍຸຕິທໍາໄດ້ປາຖະກະຖາເລົ່າມູນເຊື້ອວັນສໍາຄັນຂອງພັກ-ຂອງຊາດ

          ໃນຕອນເຊົ້າວັນທີ 1 ເມສາ 2022 ຜ່ານມານີ້ ພະແນກຍຸຕິທໍາແຂວງ ຫຼວງພະບາງ ໄດ້ຮັບຟັງການປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (ວັນທີ 22 ມີນາ 1955- 22 ມີນາ 2022) ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະລະຊີວິດເພື່ອປະເທດຊາດຄົບຮອບ 76 ປີ (21 ມີນາ 1946 - 21 ມີນາ 2022) ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ, ມີຄະນະພະແນກ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນເຂົ້າຮ່ວມ.

ເມືອງປາກອູ ຍົກລະດັບຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ

          ໃນວັນທີ 29 ມີນາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ປາກອູ ໄດ້ຈັດພິທີເປີດຊຸດຝຶກອົບຮົມກົດໝາຍຂັ້ນພື້ນຖານໄລຍະ 45 ວັນ ຊຸດທີ II ປະຈໍາປີ 2022 ໃຫ້ພະນັກງານຫຼັກແຫຼ່ງຂອງເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຫຸມແພງ ວິລະໄຊ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ປາກອູ ແລະ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ກໍາມະການພັກແຂວງ ຫົວໜ້າພະແນກຍຸຕິທໍາແຂວງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຄະນະຮັບຜິດຊອບຝຶກອົບຮົມ 45 ວັນ, ນັກຝຶກອົບຮົມ ແລະ ແຂກຖືກເຊີນເຂົ້ມຮ່ວມ,

ຫົວໜ້າຫ້ອງການຍຸຕິທໍາເມືອງນ້ຳບາກ ລົງຊຸກຍູ້ວຽກງານຍຸຕິທໍາຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍ

          ວັນທີ 17-18 ມີນາ 2022 ທ່ານ ສິງຄຳ ທອງສະຫວັດ ຫົວໜ້າຫ້ອງການຍຸຕິທໍາເມືອງນ້ຳບາກ ແຂວງວງພະບາງ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຍຸຕິທໍາຮາກຖານ ແລະ ໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ ຢູ່ ບ້ານ ດ່ວນໃຕ້ ແລະ ບ້ານ ຂີງກາງ (ກຸ່ມນໍ້າດ່ວນ) ມີ ຄະນະພັກບ້ານ, ຄະນະໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 245 ຄົນ, ຍິງ 82 ຄົນ.

ພິທີປັບປຸງກົງຈັກການຈັດຕັ້ງ ແລະການກໍານົດຂຽນຕໍາແໜ່ງງານຂອງພະແນກຍຸຕິທໍາແຂວງຫຼວງພະບາງ

          ໃນຕອນເຊົ້າວັນທີ 2 ມິນາ 2022 ຜ່ານມານີ້ ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ໄດ້ຈັດມີພິທີປືກສາຫາລືກ່ຽວກັບການຄົ້ນຄ້ວາປັບປຸງກົງຈັກການຈັດຕັ້ງ ແລະ ການກໍານົດຂຽນຕໍາແໜ່ງງານໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ຄໍາຫຼ້າ ລຽນປະດິດ ກໍາມະການປະຈໍາພັກແຂວງ ປະທານຄະນະກວດກາພັກ-ອົງການກວດກາລັດແຂວງ ຄະນະປັບປຸງກົງຈັກການຈັດຕັ້ງລັດຂັ້ນແຂວງ, ມີຫົວໜ້າ, ຮອງຫົວໜ້າພະແນກຍຸຕິທໍາ, ຫົວໜ້າພະແນກພາຍໃນ, ຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານ-ລັດຖະກອນ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ນັກສຶກສາສະຖາບັນຍຸຕິທໍາແຫ່ງຊາດລົງຝຶກງານທີ່ພະແນກຍຸຕິທໍາແຂວງຫຼວງພະບາງ

          ໃນຕອນເຊົ້າວັນທີ 1 ມີນາ 2022 ນີ້ ຢູ່ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ໄດ້ມີພິທີມອບ-ຮັບນັກສຶກສາມາຈາກສະຖາບັນຍຸຕິທໍາແຫ່ງຊາດສາຂາແຂວງຫຼວງພະບາງລົງຝຶກງານ, ໃຫ້ກຽດເປັນປະທານ ແລະ ກ່າວມອບ-ຮັບ ໂດຍທ່ານ ແສງເພັດ ແກ້ວພົມມາ ຮອງຫົວໜ້າສະຖາບັນຍຸຕິທໍາແຫ່ງຊາດສາຂາແຂວງຫຼວງພະບາງ ແລະ ທ່ານ ຢ່າຢູ່ຕ່າ ລ່າຊ່າຊໍ່ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີຫົວໜ້າ, ຮອງຫົວໜ້າຂະແໜງ, ພະນັກງານລັດຖະກອນ, ນັກສຶກສາທີ່ລົງມາຝຶກງານເຂົ້າຮ່ວມ.

Pages