ຫ້ອງການຍຸຕິທຳເມືອງ ວຽງພູຄາ ຈັດພິທີປະກາດບ້ານ ທົ່ງລາດ ເປັນບ້ານແບບຢ່າງປະຕິບັດກົດໝາຍ
Submitted by xaiyphimphone on
ໃນຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ຢູ່ທີ່ຫ້ອງການບ້ານ ທົ່ງລາດ, ເມືອງ ວຽງພູຄາ, ແຂວງ ຫຼວງນ້ຳທາ ໄດ້ຈັດພິທີປະກາດບ້ານ ທົ່ງລາດ ເປັນບ້ານແບບຢ່າງປະຕິບັດກົດໝາຍ ໂດຍການເປັນປະທານຂອງທ່ານ ຕຽງສະໝອນ ພອນປະເສີດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງ ວຽງພູຄາ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ແສງຍີ ສິດຕິພອນ ຫົວໜ້າຫ້ອງການຍຸຕິທຳເມືອງ, ມີ ຫົວໜ້າຫ້ອງວ່າການເມືອງ, ປກສ ກຸ່ມທົ່ງລາດ, ພະນັກງານຮາກຖານບ້ານ, ນາຍບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມທັງໝົດ 52 ທ່ານ, ຍິງ 21 ທ່ານ.