ພະແນກຍຸຕິທຳແຂວງ ຫົວພັນ ຍົກລະດັບຄວາມຮູ້ທາງດ້ານກົດໝາຍ ໃຫ້ແກ່ພະນັກງານການນຳ, ພະນັກງານຫຼັກແຫຼ່ງຂັ້ນແຂວງ
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by buakhao on
ກອງປະຊຸມປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2020 ຂອງໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ໄດ້ຈັດຂຶ້ນ ວັນທີ 26 ພະຈິກ 2020 ໂດຍການເປັນປະທານຂອງ ສະຫາຍ ຄອນທອງ ຫອມຄອນໄຊ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ຫົວພັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ວຽງທອງ ແພງມະນີ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຫາຍ ຄຳສະຫວັນ ວັນທານຸພົນ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວແຂວງ ຫົວພັນ ມີຜູ້ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ສະມາຊິກຊາວໜຸ່ມພາຍໃນພະແນກຕິທຳແຂວງເຂົ້າຮ່ວມ 23 ສະຫາຍ, ຍິງ 9 ສະຫາຍ.
Submitted by buakhao on
ໃນວັນທີ 24 ພະຈິກ 2020 ທີ່ຜ່ານມາ ຢູ່ທີ່ພະແນກຍຸຕິທຳແຂວງ ຫົວພັນ ໄດ້ຈັດພິທີເຊັນສັນຍາຊື້ - ຂາຍໂຄງການພັດທະນາໂຮງແຮມໃນເມືອງ ຊຳເໜືອ ລະຫວ່າງ ທ່ານ ສົມຫວັງ ວົງວິໄລ ຜູ້ອຳນວຍການໃຫຍ່ບໍລິສັດ ຈິດຈະເລີນກໍ່ສ້າງ ຈຳກັດ ແລະ ທ່ານ ສີວິໄລ ພົມມະຈັກ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໂດຍເປັນກຽດເຂົ້າຮ່ວມເປັນສັກຂີພະຍານ ຂອງທ່ານ ຄຳຜິວ ວົງສະຫວັນ ປະທານແນວລາວສ້າງຊາດແຂວງ ຫົວພັນ, ທ່ານ ສົມພອນ ອິນຄະວິໄລ ຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ ມີຜູ້ຕາງໜ້າຈາກພະແນກແຜນການ ແລະ ການລົງທຶນແຂວງ, ບັນດາຮອງຫົວໜ້າ, ວິຊາການ ແລະ ພະນັກງານຂອງສອງບໍລິສັດເຂົ້າຮ່ວມ.
Submitted by buakhao on
ໃນວັນທີ 24 ພະຈິກ 2020 ທີ່ຜ່ານມາ ໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຫົວພັນ ໄດ້ຈັດກອງປະຊຸມປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 3 ດີປະຈຳປີ 2020 ຂຶ້ນ. ໂດຍການເປັນປະທານຂອງ ສະຫາຍ ນາງ ຕາ ບຸດຊະວົງ ຫົວໜ້າໜ່ວຍສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຫົວພັນ, ເປັນກຽດເຂົ້າຮ່ວມຂອງສະຫາຍ ວຽງທອງ ແພງມະນີ ຮອງເລຂາໜ່ວຍພັກ, ຫົວໜ້າຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຫາຍ ນາງ ຈຳມາສອນ ຈໍາປາລາສີ ຕາງໜ້າສະຫະພັນແມ່ຍິງແຂວງ ຫົວພັນ, ມີຜູ້ຕາງຈາກອົງການ ກຳມະບານ, ຊາວໜຸ່ມ ແລະ ສະມາຊິກແມ່ຍິງຂອງພາຍໃນພະແນກເຂົ້າຮ່ວມ 16 ສະຫາຍ, ຍິງ 13 ສະຫາຍ.
Submitted by wickyboubphalyvanh on
ວັນທີ 22 ກໍລະກົດ 2020 ຫ້ອງການຍຸຕິທຳເມືອງ ຊຳເໜືອໄດ້ຈັດພິທີປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ໃຫ້ເລຂາພັກບ້ານ ແລະ ອໍານາດການປົກຄອງບ້ານພາຍໃນເຂດຫົວຊຽງ ຊຸດທີ 1 ປະຈຳປີ 2020 ຂຶ້ນ ຢູ່ທີ່ຫ້ອງປະຊຸມ ຫ້ອງການຕຳຫຼວດກຸ່ມບ້ານຫົວຊຽງ ໂດຍການເປັນປະທານຂອງ ທ່ານ ທອນສຸກ ເພັດວິຍານ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຊຳເໜືອ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ພູເຮືອງ ພົມມະວັນ ຮອງຫົວໜ້າພະແນກຍຸຕິທຳແຂວງ ຫົວພັນ. ມີຄະນະຮັບຜິດຊອບຊຸດຝຶກອົບຮົມ, ຄູອາຈານ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ເລຂາພັກບ້ານ, ນາຍບ້ານ, ຮອງນາຍບ້ານ ແລະ ນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.