ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພະແນກຍຸຕິທຳແຂວງ ຈຳປາສັກ ປາຖະກະຖາ ແລະ ເຜີຍແຜ່ ເອກະສານວັນສ້າງຕັ້ງກອງບັນຊາການທະຫານ ແຂວງ ຈຳປາສັກ

          ໃນຕອນເຊົ້າຂອງວັນທີ 20 ພຶດສະພາ 2022 ພະແນກຍຸຕິທຳແຂວງ ຈຳປາສັກ ເປີດກອງປະຊຸມປາປາຖະກະຖາ ແລະ ເຜີຍແຜ່ ເອກະສານວັນສ້າງຕັ້ງກອງບັນຊາການທະຫານ ແຂວງຈຳປາສັກ ຄົບຮອບ 60 ປີ (15 ພຶດສະພາ 1962–15 ພຶດສະພາ 2022 ) ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານກອງປະຊຸມ ໂດຍທ່ານ ພັອ ແຫວນຄຳ ຈະເລີນວົງ ຮອງຫົວໜ້າກອງບັນຊາການທະຫານແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ຈຳປາສັກ, ມີທ່ານໃນຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ສະພາທະນາຍຄວາມປະຈຳພາກໃຕ້, ພ້ອມດ້ວຍພະນັກງານ - ລັດຖະກອນທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມແລກປ່ຽນບົດຮຽນລະຫ່ວາງພະແນກຍຸຕິທຳແຂວງ ຈຳປາສັກ ແລະ ພະແນກຍຸຕິທຳ ແຂວງ ແຄັງຮວາ

          ໃນຕອນເຊົ້າຂອງວັນທີ 21 ເມສາ 2022ທີ່ພະແນກຍຸຕິທຳແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນລະຫ່ວາງພະແນກຍຸຕິທຳແຂວງ ຈຳປາສັກ ສປປລາວ ແລະ ພະແນກຍຸຕິທຳແຂວງ ແຄັງຮວາ ສສ ຫວຽດນາມ ນຳໂດຍທ່ານ ດັ້ງວັນແຄ໋ງ ຮອງຫົວໜ້າພະແນກຍຸຕິທຳພ້ອມດ້ວຍຄະນະໄດ້ເດີນທາງມາແລກປ່ຽນບົດຮຽນກັບພະແນກຍຸຕິທຳແຂວງ ຈຳປາສັກ ພ້ອມທັງອວຍພອນປີໄໝ່ລາວ ພສ 2565 ຄສ 2022 ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ບຸນຄົງ ພັນວົງສາ ຫົວໜ້າພະແນກຍຸຕິທຳ ພ້ອມດ້ວຍຄະນະ.

ພະແນກຍຸຕິທຳແຂວງ ຈຳປາສັກ ທາບທາມບຸກຄະລາກອນ ເຂົ້າເປັນຫົວໜ້າຂະແໜງການ

          ໃນຕອນເຊົ້າຂອງວັນທີ 5 ເມສາ 2022 ພະແນກຍຸຕິທໍາແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມທາບທາມບຸກຄະລາກອນເຂົ້າໃສ່ຕຳແໜ່ງຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງທີ່ມີການໂຮມເຂົ້າກັນຂອງພະແນກຍຸຕິທຳແຂວງ ຈຳປາສັກ, ໂດຍການເປັນປະທານຂອງທ່ານ ສຸປານີ ສິລິປຸນໂຍ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ , ທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ, ທ່ານ ພອນໄຊ ເກດມາລາ ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມນັ້ນກໍຍັງມີຄະນະຮັບຜິດຊອບທາບທາມບຸກຄະລາກອນຂັ້ນແຂວງ, ສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ຊາວໜຸ່ມແຂວງ ຈໍາປາສັກ ມອບທຸງໄຊນໍາໜ້າໃຫ້ໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ

          ໃນຕອນເຊົ້າຂອງວັນທີ 8 ເມສາ 2022 ໄດ້ມີພິທີມອບ-ຮັບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກໃຫ້ແກ່ 15 ໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ ສູນຄົ້ນຄວ້າກະສິກໍາພາກໃຕ້ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ຈໍາປາສັກ ໂດຍການເປັນປະທານຂອງ ສະຫາຍ ຄຳສີ ຫລິ່ນສະຫວາດ ກຳມະການສູນກາງຊາວໜຸ່ມແຂວງ ຈຳປາສັກ ມີຄະນະພັກ, ເລຂາ, ຮອງເລຂາໜ່ວຍຊາວໜຸ່ມຮາກຖານອ້ອມຂ້າງແຂວງ 15 ພາກສ່ວນເຂົ້າຮ່ວມ.

ຫົວໜ້າຫ້ອງການຍຸຕິທຳເມືອງ ປາກຊ່ອງ ແຂວງ ຈຳປາສັກ ລົງຊຸກຍູ້ວຽກງານຍຸຕິທຳຮາກຖານ

          ໃນວັນທີ 9 ເມສາ 2022 ທ່ານ ກິ່ງແກ້ວ ເພັດນ້ຳໂຂງ ຫົວໜ້າຫ້ອງການຍຸຕິທຳເມືອງ ປາກຊ່ອງ ແຂວງ ຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຍຸຕິທຳຮາກຖານ ຢູ່ບ້ານ ປາກຊ່ອງ ເມືອງ ປາກຊ່ອງ ແຂວງ ຈໍາປາສັກ ມີອົງການປົກຄອງບ້ານພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ປະຊາຊົນເຂົ້າຮ່ວມ.

ພະແນກແນກຍຸຕິທຳແຂວງ ຈຳປາສັກ ຈັດພິທີປະຖະກະຖາ ແລະ ເຜີຍແຜ່ເອກະສານສຳຄັນ

          ໃນຕອນເຊົ້າຂອງວັນທີ 24 ມີນາ 2022 ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ຈັດພິທີປະຖະກະຖາ ແລະ ເຜີຍແຜ່ເອກະສານສຳຄັນ ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍ ທ່ານ ປອ ວັນນະລາ ສຸດທິຈັກ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຈຳປາສັກ ເຂົ້າຮ່ວມກອງປະຊຸມມີ ທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ ພ້ອມນັ້ນກໍ່ຍັງມີ ທ່ານຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ທະນາຍຄວາມປະຈໍາພາກໃຕ້ ສະມາຊິກພັກ, ພະນັກງານ - ລັດຖະກອນພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ມອບໃບຢັ້ງຢືນກົມກອງຕົວແບບປ້ອງກັນຄວາມສະຫງົບດີ ໃຫ້ພະແນກຍຸຕິທຳແຂວງຈຳປາສັກ

          ພິທີມອບ-ຮັບໃບຢັ້ງຢືນກົມກອງຕົວແບບ ປ້ອງກັນຄາວມສະຫງົບດີປະຈໍາປີ 2021 ໃຫ້ພະແນກຍຸຕິທຳແຂວງຈໍາປາສັກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມີນາ 2022 ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ບຸນຄົງ ພັນວົງສາ ຫົວໜ້າພະແນກຍຸຕິທຳແຂວງຈໍາປາສັກ ແລະ ທ່ານ ພັນໂທ ບຸນອ່ຽງ ພັນວົງສາ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈຳປາສັກ, ມີ ຄະນະກຳມະການປະເມີນກົມກອງຕົວແບບປ້ອງກັນຄວາມສະຫງົບດີແຂວງຈຳປາສັກ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນພະແນກເຂົ້າຮ່ວມ.

ພະແນກຍຸຕິທຳແຂວງຈຳປາສັກຈັດຕັ້ງກອງປະຊຸມການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ

          ໃນຕອນເຊົ້າຂອງວັນທີ 25 ມັງກອນ 2022 ພະແນກຍຸຕິທຳແຂວງຈຳປາສັກໄດ້ເປີດກອງປະຊຸມການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງຂື້ນ, ຢູ່ຫ້ອງປະຊຸມຂອງພະແນກຂອງຕົນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ປະດິດ ວັນນະລັດສະໝີ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ສຸປານີ ສິລິປຸນໂຍ ຄະນະປະຈຳພັກແຂວງ , ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ບຸນຄົງ ພັນວົງສາ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທຳແຂວງ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ສະມາຊິກພັກພາຍໃນພະແນກຍຸຕິທໍາແຂວງ ແລະ ຄະນະຮັບຜິດຊອບການສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງຂັ້ນແຂວງເຂົ້າຮ່ວມ.

ໜ່ວຍພັກແນກຍຸຕິທຳແຂວງ ຈຳປາສັກ ສຳເລັດການປະເມີນໜ່ວຍພັກປອດໃສ,​ ເຂັ້ມເເຂງ, ໜັ້ກແໜ້ນ ປະຈໍາປີ 2021

          ໃນຕອນບ່າຍຂອງວັນທີ 22 ທັນວາ 2021 ຜ່ານມາ ພະແນກຍຸຕິທໍາແຂວງ ຈໍາປາສັກ ໄດ້ເປີດກອງປະຊຸມ ກວດກາປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ຂຶ້ນທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານຂອງ ສະຫາຍ ບຸນຄົງ ພັນວົງສາ ກໍາມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງ ຈຳປາສັກ, ມີຕາງໜ້າຄະນະກຳມາການປະເມີນຜົນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂັ້ນແຂວງ, ຄະນະໜ່ວຍພັກ, ສະມາຊິກພາຍໃນໜ່ວຍ ແລະ ຕ່າງໜ້າອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.

ພະແນກຍຸຕິທຳແຂວງ ຈຳປາສັກ ປິດການຮຽນ - ການສອນກົດໝາຍໄລຍະສັ້ນ 45 ວັນ

          ໃນວັນທີ 17 ທັນວາ 2021 ທີ່ຜ່ານມາ ພະແນກຍຸຕິທຳແຂວງ ຈຳປາສັກ ໄດ້ມີພິທີປິດຊຸດຝຶກອົບຮົມ ກົດໝາຍໄລຍະສັ້ນ 45 ວັນໃຫ້ແກ່ພະນັກງານນຳພາຄຸ້ມຄອງຂອງພະແນກການອ້ອມຂ້າງແຂວງ, ນະຄອນ ແລະ 9 ຕົວເມືອງ, ພາກສ່ວນທຸລະກິດ ແລະ ເອກະຊົນ, ໂດຍການເປັນປະທານ ຂອງ ທ່ານ ປະດິດ ວັນນະລັດສະໜີ ຄະນະປະຈຳພັກແຂວງ ປະທານກວດກາ - ພັກລັດ ແຂວງ, ມີແຂກເຊີນ, ຄູຝຶກ, ນັກຝຶກອົບຮົມເຂົ້າຮ່ວມ.

Pages