ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ຫ້ອງການຍຸຕິທຳເມືອງຫີນບູນຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

          ວັນທີ 18 ກຸມພາ 2022 ຢູ່ທີ່ຫ້ອງການຍຸຕິທຳເມືອງຫີນບູນໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ປີ 2021 – 2025 ເປັນກຽດເຂົ້າຮ່ວມຂອງ ທ່ານ ເທວາ ສີໂສພາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ທ່ານ ລຳພອນ ສີອັກສອນ ຮອງຫົວໜ້າພະແນກຍຸຕິທຳ ແຂວງຄຳມ່ວນ, ມີ ພະນັກງານ ຫ້ອງການຍຸຕິທໍາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເມືອງ ຫີນບູນ ສຳເລັດການຝຶກອົບຮົມກົດໝາຍ 45 ວັນ ຊຸດທີ 2

          ພິທີປິດການເຝິກອົບຮົມກົດໝາຍ 45 ວັນ ຊຸດທີ 2 ຂອງເມືອງ ຫີນບູນ ໄດ້ຈັດຂຶ້ນວັນທີ 19 ສິງຫາ 2021 ຢູ່ທີ່ສະໂມສອນປ້ອງກັນຄວາມສະຫງົບ ເມືອງ ຫີນບູນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ວຽງວິໄລ ພົມມະວົງ ຮອງຫົວໜ້າພະແນກຍຸຕິທໍາ ແຂວງ ຄໍາມ່ວນ, ທ່ານ ຄໍາສິງ ອໍລະວັນ ເຈົ້າເມືອງ ຫີນບູນ, ມີຫົວໜ້າ, ຮອງຫົວໜ້າຫ້ອງການອ້ມຂ້າງ, ພ້ອມດ້ວຍນັກຝຶກອົບຮົມເຂົ້າຮ່ວມ.

ຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມ​ກັບຄະນະພັກອົງການປົກຄອງເມືອງມະຫາໄຊ ຈັດກອງປະຊຸມເຜີຍແຜ່ກົດໝາຍ

ໃນວັນທີ 14 -15 ພຶດສະພາ 2019 ຜ່ານມານີ້ ທາງຄະນະພະແນກຍຸຕິທຳແຂວງ ຄຳມ່ວນ ສົມທົບກັບ ຄະນະອຳນາດການປົກຄອງເມືອງ ມະຫາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍຂຶ້ນ  ທີ່ສະໂມສອນເມືອງ ມະຫາໄຊ ແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ບົວພັນ ແສງຈັນ ເລຂາພັກເມືອງ ເຈົ້້າເມືອງ ມະຫາໄຊ, ໂດຍໃຫ້ກຽດເປັນປະທານ ຂອງທ່ານ ຄຳເພົ້າ ທອງເທພາຮັກ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ເຂົ້າຮ່ວມມີບັນ​ດາຫົວ​ໜ້າ​ຂະ​ແໜງ, ຮອງ​ຂະ​ແໜງ ແລະ ​ພະ​ນັກ​ງານ​​ພາຍ​ໃນພະ​ແນກ​ຍຸ​ຕິ​ທຳ​ແຂວງ​ເຂົ້າ​ຮ່ວມ​ຈຳ​ນວນ 13 ຄົນ, ຍິງ 3 ຄົນ, ພ້ອມດ້ວຍບັນ​ດາ​ຫົວ​ໜ້າ​ຫ​ອ້ງ​ການ, ຮອງ​ຫ້ອງ​ການ, ພະ​ນັກ​ງານ​ວິ​ຊາ​ການຂອງ​ບັນ​ດາ​ຫ້ອງ​ການອ​ອ້ມ​ຂ້າງ​ເມືອງ ພ້ອມ​ດ້ວຍ​ການ​ຈັດ​ຕັ້ງ​ຂັ້ນ​ຮາ

ຄະນະກວດກາກະຊວງຍຸຕິທຳ ລົງເຄື່ອນໄຫວວຽກງານ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ.

ໃນວັນທີ່ 07 ພຶດສະພາ 2019 ທາງຄະນະກວດກາຂອງກະຊວງຍຸຕິທຳ ໄດ້ລົງເຄື່ອນໄຫວວຽກງານ ທີ່ ພະແນກຍຸຕິທຳແຂວງ ຄຳມ່ວນ ຈຳນວນ 3 ທ່ານ 1. ທ່ານ ສິງຫາ ງຽມຈະເລີນ, 2. ທ່ານ ພວງເພັດ ສົມວໍລະຈິດ, 3.

ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳຮາກຖານປີ 2019

ສະຫຼຸບຜົນ ການເຄື່ອນໄຫວ ລົງຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳຮາກຖານ ໃນປີ 2019  ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຕາມຂັ້ນຕອນ, ໃຫ້ໄດ້ຮັບຜົນສຳເລັດ ມີຄຸນນະພາບສູງ ປະກອບສ່ວນໃນການຈັດຕັ້ງປະຕິບັດໃນການສ້າງເຂດທີ່ປົກຄອງທາງດ້ານກົດໝາຍເທື່ອລະກ້າວ ຊື່ງການເຄື່ອນໄຫວວຽກງານຍຸຕິທຳຮາກຖານຄັ້ງນີ້ ແມ່ນມີ 110 ຕົວເມືອງຄື:  ເມືອງ ທ່າແຂກ, ເມືອງ ໜອງບົກ, ເມືອງ ຫີນບູນ, ເມືອງ ມະຫາໄຊ, ເມືອງ ຍົມມະລາດ,, ເມືອງ ເຊບັ້ງໄຟ, ເມືອງ ໄຊບົວທອງ, ເມືອງ ນາກາຍ, ເມືອງ ຄູນຄຳ ແລະ ເມືອງ ບົວລະພາ.

ພະແນກຍຸຕິທຳແຂວງ ຄຳມ່ວນ ເປີດກອງປະຊຸມໃຫຍ່ຄັ້ງທີ2 ຕິດພັນກັບຂະບວນການແຂ່ງຂັນ5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ.

ໃນຕອນບ່າຍ ຂອງວັນທີ 07 ມີນາ 2019 ຜ່ານມານີ້ ທາງໜ່ວຍຮາກຖານກຳມະບານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ມີພິທີເປີດກອງປະຊຸມໃຫຍ່ຄັ້ງທີ2 ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳ ໂດຍການເປັນປະທານ ຂອງທ່ານ ເພັດທະນູສິນອຸດອນ ປະທານຮາກຖານກຳມະບານພະແນກຍຸຕິທຳ ຫົວໜ້າຂະແໜງນິຕິກຳ ກົດໝາຍ, ໃຫ້ກຽດເປັນຄະນະປະທານຮ່ວມ ໂດຍທ່ານ ຕົງເຊີນ ອຸດທັດສີ ປະທານສະຫະພັນກຳມະບານແຂວງ, ທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າ ພະແນກຍຸຕິທຳແຂວງ ຄຳມ່ວນ.

ໜ່ວຍກຳມະບານຮາກຖານພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ.

    ໃນຕອນບ່າຍ ຂອງວັນທີ 7 ມີນາ 2019 ທາງໜ່ວຍຮາກຖານກຳມະບານພະແນກຍຸຕິທຳແຂວງ ຄຳມ່ວນ ກໍ່ໄດ້ ເປີດກອງປະຊຸມໃຫຍ່ຄັ້ງທີ II ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ໂດຍການເປັນປະທານ ຂອງທ່ານ ເພັດທະນູສິນ ອຸດອນ ປະທານ ຮາກຖານກຳມະບານພະແນກຍຸຕິທຳແຂວງ ຫົວໜ້າຂະແໜງນິຕິກຳກົດໝາຍ ໃນນັ້ນໃຫ້ກຽດເປັນຄະນະປະທານຮ່ວມ ໂດຍທ່ານ ຕົງເຊີນ ອຸດທັດສີ ປະທານ ສະຫະພັນກຳມະບານແຂວງ, ທ່ານ ວິໄຊ ແກ້ວດວງດີ ຄະນະປະທານ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ພ້ອມດ້ວຍຄະນະປະທານ ຈາກອົງການໄອຍະການແຂວງ, ສະພາປະຊາຊົນແຂວງ, ສານປະຊາຊົນແຂວງ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນພະແນກ, ແຂກທີ່ຖືກເຊີນ ເຂົ້າຮ່ວມທັງໝ

ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຄຳມ່ວນ ທີ 07 ມີນາ 2019

ໃນຕອນເຊົ້າຂອງວັນທີ 07 ມີນາ 2019 ​ເວລາ ​8​ : 30 ໂມງ ທີ່ພະແນກຍຸຕິທຳແຂວງ ຄຳມ່ວນ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານສະຫະພັນແມ່ຍິງພະແນກຍຸຕິທຳແຂວງ ຄຳມ່ວນຂຶ້ນຢ່າງເປັນທາງການ ໃຫ້ກຽດເປັນປະທານໂດຍທ່ານ  ນາງ ພອນປະສຸກ ຈະເລີນສຸກ ປະທານສະຫະພັນຍິງພະແນກຍຸຕິທຳແຂວງ ຄຳມ່ວນ, ຮອງຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ ແລະ ເປັນກຽດເຂົ້າຮ່ວມຂອງນາງ ບຸນຖອນ ພະຈັນທອນ ຮອງປະທານຄະນະບໍລິຫານງານສະຫະພັນຍິງແຂວງ ພ້ອມດ້ວຍ ທ່ານ ວິໄຊ ແກ້ວດວງດີ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທຳແຂວງ ພ້ອມດ້ວຍແຂກທີ່ຖືກເຊີນ ຈາກສະຫະພັນຍິງຂອງ ອົງການໄອຍະການແຂວງ, ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ ເຂົ້າຮ່ວມ ພ້ອມທັງຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານພາຍໃນພະ

ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018

ໃນວັນທີ່ 13 ກຸມພາ 2019 ພະແນກຍຸຕິທຳແຂວງຄຳມ່ວນ  ໄດ້ເປີດກອງປະຊຸມວຽກງານຍຸຕິທຳ ທົ່ວແຂວງ ປະຈຳປີ 2018 ຂື້ນ ທີ່ຫ້ອງປະຊຸມຂອງພະແນກຍຸຕິທຳແຂວງ  ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຮັບກຽດເປັນປະທານຮ່ວມ ໂດຍທ່ານ ບຸນມາ ສຸດສະດາວອນ ຄະນະປະຈຳພັກແຂວງ ຫົວໜ້າອົງການໄອຍະການປະຊາຊົນແຂວງ, ທ່ານ ຄຳເພົ້າ ທອງເທພາຮັກ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທຳແຂວງຄຳມ່ວນ, ຄະນະພະແນກ, ບັນດາທ່ານໃນ 7 ຫ້ອງການຂອງພະແນກ, ຫົວໜ້າ ແລະ ຮອງຫົວໜ້າຫ້ອງການຍຸຕິທຳ 10 ຕົວເມືອງ, ຕ່າງໜ້າພະແນກການອ້ອມຂ້າງແຂວງ ແລະ ເມືອງ ຕະຫຼອດຮອດຜູ້ຕາງໜ້າສາຂາທະນາຄານ ແລະ ພະນັກງານ ກໍ່ໄດ້ ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມປຶກສາຫາລືເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານຍຸຕິທຳຮາກຖານປະຈຳປີ 2019 ຂອງພະ ແນກຍຸຕິທຳແຂວງ ຄຳມ່ວນ

ໃນວັນທີ່ 04 ມັງກອນ 2019 ເວລາ 8:30 ຜ່ານມາ ທີ່ຫ້ອງປະຊຸມພະແນກຍຸຕິທຳແຂວງ ຄຳມ່ວນໄດ້ເປີດກອງປະຊຸມ ປຶກສາຫາລື ຕົກລົງເປັນເອກະພາບ ເພື່ອແຕ່ງຕັ້ງຄະນະຮັບຜິດຊອບວຽກງານຍຸຕິທຳຮາກຖານຂອງພະແນກຍຸຕິທຳແຂວງ ຄຳມ່ວນ ໂດຍການເປັນປະທານ ຂອງທ່ານ ວິໄຊ ແກ້ວດວງດີ ຮອງຫົວໜ້າພະແນກຍຸຕິທຳແຂວງ ຄຳມ່ວນ ຊື່ງມີແຂກມາຈາກພາກສ່ວນທີ່ກ່ຽວຂ້ອງ 3 ຂະແໜງການຄື : 1 . ທ່ານ ສຸພັນ ພັນທະລາສີ ຫົວໜ້າຂະແໜງ ກໍ່ສ້າງຮາກຖານ( ຫ້ອງວ່າການປົກຄອງແຂວງ ຄຳມ່ວນ ) 2. ທ່ານ ສີລາ ຈັນທະລາວົງ ຫົວໜ້າຫ້ອງການ ຈັດຕັ້ງແລະບໍລິຫານ ພະແນກກະສິກຳ-ປ່າໄມ້ແຂວງ ຄຳມ່ວນ 3. ທ່ານ ໄພວັນ ໝູນຄຳໄຊ ຮອງພະແນກ ພາຍໃນແຂວງ ຄຳມ່ວນ, ຊື່ງເປັນກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້.

Pages