ກອງປະຊຸມພິຈາລະນາຮັບຮອງ "ຮ່າງ" ດຳລັດວ່າດ້ວຍຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ແລະ "ຮ່າງ" ດຳລັດວ່າດ້ວຍຄ່າແຮງງານຂອງຜູ້ໄກ່ເກ່ຍ ແລະ ຜູ້ຕັດສີນຂໍ້ຂັດແຍ່ງທາງດ້ານເສດຖະກິດ.
Submitted by xaiyphimphone on
Submitted by xaiyphimphone on
Submitted by xaiyphimphone on
Submitted by wickyboubphalyvanh on
ໃນຕອນເຊົ້າຂອງວັນທີ 23 ທັນວາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໜ່ວຍພັກສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ lll ຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ນາງ ດວງມະນີ ລາວມາວ ເລຂາໜ່ວຍພັກ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທໍາ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ບຸນເພັງ ວົງໂພທອງ ຮອງເລຂາໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ, ຊາວໜຸ່ມ, ແມ່ຍິງ, ກໍາມະບານ ພ້ອມດ້ວຍພະນັກງານສະມາຊິກພັກ ສູນແກ້ໄຂຂ
Submitted by wickyboubphalyvanh on
ເພື່ອເປັນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ກະຊວງຍຸຕິທຳ ທີ່ຈະໄຂຂຶ້ນໃນເວລາອັນໃກ້ນີ້, ໃນຕອນບ່າຍຂອງວັນທີ 17 ທັນວາ 2019 ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັງລະຫວ່າງບັນດາກົມ, ສະຖາບັນຍຸຕິທຳແຫ່ງຊາດ, ການແຂ່ງຂັນໄດ້ຈັດຂຶ້ນທີ່ເດີ່ນເປຕັງຂອງກະຊວງຍຸຕິທຳ, ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ປອ. ເສີມສຸກ ສິມພະວົງ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຫົວໜ້າກົມ-ຮອງຫົວໜ້າກົມ, ສະພາທະນາຍຄວາມ, ຫົວໜ້າພະແນກ-ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ.
Submitted by khamla on
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 4 ມັງກອນ 2018 ຢູ່ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສີ ສັນຕິວົງ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນພະແນກຍຸຕິທຳແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ 8 ແຂວງພາກເໜືອ ພ້ອມດ້ວຍບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດຈຳນວນ 98 ທ່ານ, ຍິງ 35 ທ່ານ.
Submitted by khamla on
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 8 ທັນວາ 2017 ຢູ່ທີ່ຫ້ອງປະຊຸມສະໂມສອນປົກຄອງແຂວງ ຈຳປາສັກ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງຍຸຕິທຳ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນບັນດາພະແນກການພາຍໃນແຂວງ, ບັນດາພະແນກທີ່ຢູ່ອ້ອມຂ້າງແຂວງ ແລະ ຂະແໜງແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ອ້ອມຂ້າງແຂວງ, ບັນດາວິສາຫະກິດ-ທຸລະກິດ ພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມຢ່າງພ້ອມພຽງລວມທັງໝົດຈຳນວນ 104 ທ່ານ, ເປັນຍິງ 35 ທ່ານ.
Submitted by wickyboubphalyvanh on
ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານ ລັດຖະມົນຕີກະຊວງຍຸຕິທຳ ສະບັບເລກທີ 1422/ກຍ, ລົງວັນທີ 08 ທັນວາ 2017 ວ່າດ້ວຍການອະນຸມັດເປີດສຳມະນາກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຮ່ວມກັບ ກະຊວງຍຸຕິທຳ ສາທາລະນະລັດ ເກົາຫຼີ. ສຳມະນາດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນ 14 ທັນວາ 2017 ຢູ່ທີ່ ໂຮງແຮມ ແກຣນວຽງຈັນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ປອ.
Submitted by xaiyphimphone on
ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນວັນທີ 16 ພະຈິກ 2017 ໂດຍການເປັນກຽດເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ໄຊສີສັນຕິວົງ ລັດຖະມົນຕີກະຊວງຍຸຕິທຳ, ມີແຂກຖືກເຊີນທີ່ມາຈາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນ ບັນດາກະຊວງ, ອົງການທຽບເທົ່າ, ພະແນກຍຸຕິທໍາທ້ອງຖິ່ນ, ຜູ້ໄກ່ເກ່ຍ-ກໍາມະການຕັດສີນ, ບັນດາວິສາຫະກິດ-ທຸລະກິດ ພາກລັດ ແລະ ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ທັງໝົດ 152 ທ່ານ.
Submitted by khamla on
ທີ່ສະໂມສອນກະຊວງຍຸຕິທໍາ ໄດ້ເປີດກອງປະຊຸມເຜີຍແຜ່ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ນອກລະບົບສານ ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2017 ໂດຍການເປັນປະທານຂອງ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທໍາ, ມີຜູ້ເຂົ້າຮ່ວມທັງໝົດຈໍານວນ 100 ທ່ານ ຊຶ່ງມາຈາກຫຼາຍພາກສ່ວນຄື: ບັນດາວິສາຫະກິດ-ທຸລະກິດພາກລັດ ແລະ ເອກະຊົນພາຍໃນ ແລະ ຕ່າງປະເທດ, ບັນດາຂະແໜງການຈັດຕັ້ງຂອງ ລັດຂັ້ນເມືອງ ພາຍໃນ ນະຄອນຫຼວງວຽງຈັນ ຄື: ເມືອງຈັນທະບູລີ, ເມືອງ ສີສັດຕະນາກ ແລະ ເມືອງ ໄຊເສດຖາ.
Submitted by khamla on
ພະແນກຍຸຕິທຳ ແຂວງວຽງຈັນ ໄດ້ເປີດຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດຂຶ້ນ ໃນວັນທີ 26 ມັງກອນ 2016, ເວລາ 8:30 ໂມງ ພາຍໃຕ້ການເປັນທານຂອງ ທ່ານ ກອງສີ ອຸດົມ ກຳມະການພັກແຂວງ, ເລຂາ ໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງວຽງຈັນ ແລະ ທ່ານ ອຳນວຍພອນ ປັນຍາສະຫວັດ ຮອງຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ.