ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ກອງປະຊຸມລະດົມແນວຄິດໃນການປັບປຸງເຄື່ອງມືຮັບໃຊ້ວຽກງານຈົດໝາຍເຫດທາງລັດຖະການ

          ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ຈັດກອງປະຊຸມລະດົມແນວຄິດໃນການປັບປຸງເຄື່ອງມືຮັບໃຊ້ວຽກງານຈົດໝາຍເຫດທາງລັດຖະການ ຂຶ້ນໃນຕອນເຊົ້າຂອງວັນທີ 18 ພຶດສະພາ 2022 ທີ່ຫ້ອງປະຊຸມ ກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີ ທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (LBE) ພ້ອມດ້ວຍພະນັກງານວິຊາການ ກົມໂຄສະນາເຜີຍແຜ່ກົດໝາຍ ເຂົ້າຮ່ວມ.

ກອງປະຊຸມປັບປຸງຄຳເຫັນໃສ່ຮ່າງເກັບກຳສະຖິຕິການໂຄສະນາເຜີຍແຜ່ນິຕິກຳລະບົບອອນລາຍທີ່ ກະຊວງຍຸຕິທຳ

          ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 6 ພຶດສະພາ 2022 ທີ່ຫ້ອງປະຊຸມກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີ ທ່ານຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຜູ້ຕາງໜ້າຈາກຫ້ອງການເຊກ້າ (CEGGA); ອົງການແບັບຊີໂຄ (BABSEACLE); ພະນັກງານວິຊາການກົມໂຄສະນາເຜີຍແຜ່ກົດໝາຍ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ.

ກອງປະຊຸມປຶກສາຫາລື ແລະ ປະກອບຄຳເຫັນໃສ່ ເນື້ອໃນ ວີດີໂອກາຕູນ ກ່ຽວກັບ ດໍາລັດວ່າດ້ວຍການໂຄສະນາເຜີຍແຜ່ນິຕິກຳ

          ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມ ກະຊວງຍຸຕິທຳ ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີທ່ານຮອງກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າຈາກຫ້ອງການເຊກາ (CEGGA), ອົງການແບັບຊີໂຄ (BABSEACLE) ພ້ອມດ້ວຍພະນັກງານວິຊາການກົມໂຄສະນາເຜີຍແຜ່ກົດໝາຍເຂົ້າຮ່ວມ.

ກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ

          ໃນຕອນເຊົ້າວັນທີ 20 ເມສາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ IV ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ຈັດກອງປະຊຸມປັບປຸງ ແລະ ຮັບຮອງປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ໂດຍການເປັນປະທານ ຂອງທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຕາງໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍຕໍ່ທຸລະກິດລາວ (LBE) ພ້ອມດ້ວຍຄະນະຮັບຜິດຊອບສ້າງປຶ້ມຄູ່ມືເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມແນະນຳການນຳໃຊ້ຮ່າງເກັບກຳສະຖິຕິການໂຄສະນາເຜີຍແຜ່ນິຕິກຳລະບົບອອຍລາຍ

          ໃນຕອນບ່າຍຂອງວັນທີ 11 ເມສາ 2022 ທີ່ຫ້ອງປະຊຸມກະຊວງຍຸຕິທຳ ໄດ້ເປີດກອງປະຊຸມຝຶກອົບຮົມແນະນຳການນຳໃຊ້ຮ່າງເກັບກຳສະຖິຕິການໂຄສະນາເຜີຍແຜ່ນິຕິກຳລະບົບອອນລາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົງເຢີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ. ມີ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີຜູ້ຕາງໜ້າຈາກຫ້ອງການເຊກ້າ (CEGGA); ອົງການແບັບຊີໂຄ (BABSEACLE); ພະນັກງານພະແນກຍຸຕິທຳແຂວງ, ນະຄອນຫຼວງ ແລະ ຫ້ອງການຍຸຕິທຳເມືອງ 148 ເມືອງ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມ ໃນຮູບແບບເຊິ່ງໜ້າ ແລະ ລະບົບອອນລາຍ.

ກອງປະຊຸມທາບທາມຄຳເຫັນໃສ່ “ຮ່າງ” ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ

          ໃນຕອນເຊົ້າວັນທີ 10 ມີນາ 2022 ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຂອງກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມທາບທາບຄໍາເຫັນໃສ່ “ຮ່າງ” ປຶ້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ມີ ຮອງຫົວໜ້າກົມ, ຫົວໜ້າພະແນກ, ຜູ້ຕາງໜ້າຈາກກະຊວງການຄ້າ, ກະຊວງພາຍໃນ, ກະຊວງການເງິນ ແລະ ທະນາຄານ ແຫ່ງ ສປປ ລາວ ພ້ອມທັງຄະນະຮັບຜິດຊອບໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍຕໍ່ທຸລະກິດລາວເຂົ້າຮ່ວມຈຳນວນ 25 ທ່ານ, ຍິງ 13 ທ່ານ.

ກອງປະຊຸມປະກອບຄຳເຫັນ ແລະ ຮັບຮອງປື້ມຄູມືການໂຄສະນາເຜີຍແຜ່ນິຕິກຳ

          ຕອນເຊົ້າຂອງວັນທີ 3 ມີນາ 2022 ກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມປະກອບຄຳເຫັນ ແລະ ຮັບຮອງປື້ມຄູມືການໂຄສະນາເຜີຍແຜ່ນິຕິກຳຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນທາ ຊົງເຍີທ່າວ ຮອງລັດຖະມົນຕີກະຊວງຍຸຕິທຳ; ມີ ທ່ານ ນາງ ສີສຸດາ ໂສພາວັນດີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ບັນດາທ່ານຮອງຫົວໜ້າກົມ, ຜູ້ຕາງໜ້າຈາກ ກົມຄຸ້ມຄອງ ແລະ ສົ່ງເສີມລະບົບຍຸຕິທຳ, ກົມຮ່ວມມືສາກົນ, ຕາງໜ້າມູນນິທິເອເຊຍ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

ກອງປະຊຸມປະກອບຄຳເຫັນໃສ່ ຮ່າງ ປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ

          ໃນລະຫວ່າງວັນທີ 18-19 ພະຈິກ 2021 ທີ່ຫ້ອງປະຊຸມ ຊັ້ນ 3 ກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ ຮ່າງ ປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ວ່າການຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີຮອງຫົວໜ້າກົມ, ຜູ້ຕາງໜ້າບັນດາກົມ, ຫົວໜ້າພະແນກ, ຮອງພະແນກ, ຕາງໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື LBE ພ້ອມດ້ວຍຄະນະຮັບຜິດຊອບສ້າງປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ ເຂົ້າຮ່ວມ.

ກອງປະຊຸມປັບປຸງເນື້ອໃນປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ

          ໃນຕອນເຊົ້າຂອງວັນທີ 4 ພະຈິກ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຂອງກະຊວງຍຸຕິທຳ ກົມໂຄສະນາເຜີຍແຜ່ກົດໝາຍ ຮ່ວມກັບໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື LBE ໄດ້ຈັດກອງປະຊຸມປັບປຸງເນື້ອໃນປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ ຂຶ້ນໂດຍການເປັນປະທານຂອງ ທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີຫົວໜ້າພະແນກ, ຜູ້ຕາງໜ້າໂຄງການ ພ້ອມດ້ວຍຄະນະຮັບຜິດຊອບສ້າງປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ ເຂົ້າຮ່ວມ.

ກອງປະຊຸມຂຽນເນື້ອໃນປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການທີ່ ໂຮງແຮມ ເລີ ທາດຫຼວງ, ນະຄອນຫຼວງວຽງຈັນ

          ກອງປະຊຸມຂຽນເນື້ອໃນປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 13 ກັນຍາ 2021 ທີ່ໂຮງແຮມ ເລີ ທາດຫຼວງ, ນະຄອນຫຼວງວຽງຈັນ; ໂດຍການເປັນປະທານຂອງ ທ່ານ ນາງ ສີສຸດາ ໂສພາວັນດີ ວ່າການຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ; ມີຮອງຫົວໜ້າກົມ, ຜູ້ຕາງໜ້າບັນດາກົມ, ຕາງໜ້າໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື LBE ພ້ອມດ້ວຍຄະນະຮັບຜິດຊອບສ້າງປື້ມຄູ່ມືວຽກງານຈົດໝາຍເຫດທາງລັດຖະການ ເຂົ້າຮ່ວມ.

Pages