ຂ່າວການເຄື່ອນໄຫວ ແລະ ບົດຄວາມອື່ນໆ

ພິຈາລະນາ, ຮັບຮອງ, ແຜນຍຸດທະສາດ ພັດທະນາຊັບພະຍາກອນມະນຸດຂອງຂະແໜງຍຸຕິທຳທີ່ ກະຊວງຍຸຕິທຳ

          ໃນວັນທີ 8 ກັນຍາ 2021 ທີ່ຜ່ານມາ ກະຊວງຍຸຕິທຳ ໄດ້ຈັດກອງປະຊຸມພິຈາລະນາຮັບຮອງແຜນຍຸດທະສາດພັດທະນາຊັບພະຍາກອນມະນຸດ ຂອງຂະແໜງຍຸຕິທຳ ຮອດປີ 2025 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ, ມີ ທ່ານ ດຣ. ລອນ ລິງຮອນ (Dr. Lone LINDHOLT) ຫົວໜ້າທີ່ປຶກສາດ້ານວິຊາການ ໂຄງການ ລາວ/031, ບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.

ກົມຈັດຕັ້ງ-ພະນັກງານ ກະຊວງຍຸຕິທຳ ເຄື່ອນໄຫວເຮັດວຽກຢູ່ພະແນກຍຸຕິທໍາແຂວງ ຫຼວງພະບາງ

          ໃນຕອນເຊົ້າ ວັນທີ 27 ກໍລະກົດ 2021 ທີ່ຜ່ານມາ ທີ່ຫ້ອງປະຊຸມຂອງພະແນກຍຸຕິທໍາແຂວງ ໄດ້ຈັດພິທີປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບການກໍານົດຕໍາແໜ່ງງານໃນຂົງເຂດຍຸຕິທໍາ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍທ່ານ ຄໍາເສິດ ວິລະພັນ ວ່າການຫົວໜ້າກົມຈັດຕັ້ງພະນັກງານ ກະຊວງຍຸຕິທໍາ ແລະ ທ່ານ ມີໄຊ ໄຊເກີຢ່າຈົງຕົວ ຫົວໜ້າພະແນກຍຸຕິທໍາແຂວງ ມີພະນັກງານຈາກກະຊວງຍຸຕິທໍາ, ຕາງໜ້າພະແນກພາຍໃນ, ຫົວໜ້າ, ຮອງຫົວໜ້າຂະ ແໜງ, ພະນັກງານວິຊາການທີ່ກ່ຽວຂ້ອງໃນການຂຽນກໍານົດຕໍາແໜ່ງງານເຂົ້າຮ່ວມ.

ກອງປະຊຸມໃຫຍ່ຄັ້ງທີ lll ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ lll ຂອງໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 30 ຕຸລາ 2019 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງຍຸຕິທໍາ ໂດຍການເປັນປະທານຂອງ ສະຫາຍ ບຸນທາ ຊົງເຢີທ່າວ ເລຂາໜ່ວຍພັກ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທໍາ, ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ໄຊສີ ສັນຕິວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ສະຫາຍ ຄຳເສີດ ວິລະພັນ ຮອງເລຂາໜ່ວຍພັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ສະຫາຍ ສຸວັນນະພາ ສຸກວິໄລ ກໍາມະການໜ່ວຍພັກ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຜູ້ຕາງໜ້າຈາກໜ່ວຍພັກຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ສະຖາບັນຍຸຕິທຳແຫ່ງຊາດ, ສະພາທະນາຍຄວາມ

ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມກົມຈັດຕັ້ງ ແລະ ພະນັກງານ ກະຊວງຍຸຕິທຳ

ກອງປະຊຸມໃຫຍ່ຄັ້ງທີ I ຂອງໜ່ວຍຊາວໜຸ່ມກົມຈັດຕັ້ງ ແລະ ພະນັກງານຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ກັນຍາ 2019 ຢູ່ທີ່ຫ້ອງປະຊຸມຊັ້ນ 5 ກະຊວງຍຸຕິທຳ ໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສາຍສະໝອນ ພັນໂຊດ ເລຂາໜ່ວຍຊາວໜຸ່ມ ກົມຈັດຕັ້ງ ແລະ ພະນັກງານ, ມີສະຫາຍ ບຸນທາ ຊົງເຢີທ່າວ ເລຂາໜ່ວຍພັກ ກົມຈັດຕັ້ງ ແລະ ພະນັກງານ ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ແສງເພັດ ລ່ຽມພຣະຈັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ, ມີຜູ້ຕາງໜ້າຈາກບັນດາໜ່ວຍຊາວໜຸ່ມຫ້ອງການ, ບັນດາກົມ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ສະຖາບັນຍຸຕິທຳແຫ່ງຊາດ, ຮອງເລຂາຊາວໜຸ່ມຮາກຖານ, ປະທານສະຫະພັນກຳມະບານ, ປະທານໜ່ວຍສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງກົມຈັດຕັ້ງ ແລ