ກອງປະຊຸມພົບປະແລກປ່ຽນ ລະຫວ່າງ ທ່ານ ຮອງລັດຖະມົນຕີ ແລະ ກົມກວດກາ ແລະ ປະເມີນຜົນນິຕິກໍາ
Submitted by xialor on
ໃນຕອນເຊົ້າຂອງວັນທີ 31 ພຶດສະພາ 2021, ເວລາ 8:30-11:20 ໂມງ, ທີ່ຫ້ອງປະຊຸມຊັ້ນ 5 ຂອງກະຊວງຍຸຕິທຳ, ໄດ້ມີກອງປະຊຸມພົບປະແລກປ່ຽນ ລະຫວ່າງ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທຳ ຜູ້ຊີ້ນຳວຽກງານປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກັບຄະນະກົມ, ບັນດາຫົວໜ້າພະແນກ ແລະ ພະນັກງານວິຊາການຈຳນວນໜຶ່ງ ຂອງກົມກວດກາ ແລະ ປະເມີນຜົນນິຕິກຳ ຊຶ່ງມີຜູ້ເຂົ້າ ຮ່ວມທັງໝົດ 9 ທ່ານ, ຍິງ 4 ທ່ານ.