1. ຄວາມຮູ້ທົ່ວໄປກ່ຽວກັບການຊ່ວຍເຫືອທາງດ້ານກົດໝາຍ
1.1 ນິຍາມ
ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນການໃຫ້ບໍລິການທາງດ້ານກົດໝາຍໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ເດັກທີ່ຕ້ອງການປົກປ້ອງເປັນພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ຄົນພິການ, ແມ່ຍິງ ແລະ ເດັກນ້ອຍທີ່ຖືກເຄາະຮ້າຍຈາກການໃຊ້ຄວາມຮຸ່ນແຮງ, ຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໂດຍຜ່ານການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
1.2. ຄວາມສຳຄັນຂອງການຊ່ວຍເຫຼືອທາງດ້ານກົດໝາຍ
ການຊ່ວຍເຫຼືອທາງດ້ານກົດໝາຍ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນ ໃນການປະກອບສ່ວນຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດມະຕິ ຂອງຄະນະບໍລິການງານສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບການຍົກສູງປະສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ. ນອກຈາກນັ້ນ ຍັງເປັນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ ປະຕິບັດສິດສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ສ້າງເງື່ອນໄຂ, ອຳນວຍຄວາມສະດວກໃຫ້ແກ່ພົນລະເມືອງໄດ້ເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳ ຢ່າງສະເໝີພາບ ແລະ ເທົ່າທຽມກັນ.
2. ຫຼັກການຂອງການຊ່ວຍເຫຼືອທາງດ້ານກົດໝາຍ
ຊ່ວຍເຫຼືອທາງດ້ານກົດໝາຍ ປະກອບດ້ວຍ ຫຼັກການພຶ້ນຖານ ດັ່ງນີ້:
- ສອດຄ່ອງກັບແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວ, ລັດຖະທໍາມະນູນ ແລະ ກົດໝາຍຂອງ ລັດ ສປປ ລາວ;
- ສະເໝີພາບຕໍ່ໜ້າກົດໝາຍ;
- ໃຫ້ບໍລິການໂດຍບໍ່ຄິດຄ່າ;
- ມີຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ເປັນທໍາ;
- ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;
- ຮັກສາຄວາມລັບ.
2.1 ສອດຄ່ອງກັບແນວທາງນະໂຍບາຍຂອງພັກປະຊາຊົນປະຕິວັດລາວ, ລັດຖະທໍາມະນູນ ແລະ ກົດໝາຍຂອງ ລັດສປປ ລາວ
ການຈັດຕັ້ງ ແລະ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຕ້ອງເຄື່ອນໄຫວໃຫ້ການບໍລິການທາງດ້ານກົດໝາຍບົນພື້ນຖານແນວທາງນະໂຍບາຍຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ.
2.2 ສະເໝີພາບຕໍ່ໜ້າກົດໝາຍ
ການຊ່ວຍເຫຼືອທາງດ້ານກົດໝາຍ ແມ່ນປະຕິບັດບົນພື້ນຖານຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ.
ພົນລະເມືອງລາວທັງຢູ່ພາຍໃນ ແລະ ຕ່າງປະເທດ, ຄົນຕ່າງປະເທດ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ ທີ່ດໍາລົງຊີວິດຢູ່ໃນ ສປປ ລາວ ມີສິດຮ້ອງຂໍ ຫຼື ສະເໜີເອົາການຊ່ວຍເຫຼືອທາງດ້ານກົດໝາຍ.
ການຈັດຕັ້ງ ແລະ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ລວມເຖິງພາກສ່ວນທີ່ກ່ຽວຂ້ອງຕ້ອງສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ ນຳໃຊ້ສິດ ຕາມທີ່ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການ.
2.3 ໃຫ້ບໍລິການໂດຍບໍ່ຄິດຄ່າ
ການຈັດຕັ້ງ ແລະ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ເຄື່ອນໄຫວໃຫ້ບໍລິການທາງດ້ານກົດໝາຍແກ່ຜູ້ທີ່ໄດ້ຮັບການຊ່ວຍເຫຼືອ ດ້ວຍການຍົກເວັ້ນຄ່າທໍານຽມ, ຄ່າບໍລິການຕ່າງໆ ຫຼື ບໍ່ຮຽກຮ້ອງຜົນປະໂຫຍດອື່ນ.
2.4 ມີຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ເປັນທໍາ
ການຈັດຕັ້ງ ແລະ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ເຄື່ອນໄຫວໃຫ້ບໍລິການທາງດ້ານກົດໝາຍ ດ້ວຍຄວາມເປັນເຈົ້າການ, ມີຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ຍຸຕິທຳ ໂດຍປະຕິບັດຕາມລັດຖະທໍາມະນູນ, ກົດໝາຍ, ລະບຽບການ ແລະ ຈັນຍາບັນ ຂອງບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
2.5 ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ
ການຈັດຕັ້ງ ແລະ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ເຄື່ອນໄຫວວຽກງານຂອງຕົນ ຕ້ອງພົວພັນປະສານສົມທົບ ແລະ ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ.
2.6 ຮັກສາຄວາມລັບ
ການຈັດຕັ້ງ ແລະ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ ຕ້ອງຮັບປະກັນການຮັກສາຄວາມລັບ ຂອງຜູ້ທີ່ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ.
3. ປະເພດຂອງການຊ່ວຍເຫຼືອທາງດ້ານກົດໝາຍ
ການຊ່ວຍເຫຼືອທາງດ້ານກົດໝາຍ ປະກອບ ມີ ດັ່ງນີ້:
- ການສະໜອງຂໍ້ມູນຂ່າວສານ;
- ການໃຫ້ຄໍາປຶກສາທາງດ້ານກົດໝາຍ;
- ການຊ່ວຍເຫຼືອໃນການຮ່າງເອກະສານ;
- ການເປັນຜູ້ຕາງໜ້າໃນການດຳເນີນຄະດີ.
3.1 ການສະໜອງຂໍ້ມູນຂ່າວສານ
ການສະໜອງຂໍ້ມູນຂ່າວສານ ແມ່ນການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ດ້ວຍການໃຫ້ອ່ານ, ຈົດບັນທຶກເອົາ ຫຼື ສຳເນົາເອົານິຕິກຳ ທີ່ກ່ຽວຂ້ອງກັບການຮ້ອງຂໍ ຫຼື ການສະເໜີ ຊຶ່ງສາມາດປະຕິບັດໄດ້ຫຼາຍວິທີ ເຊັ່ນ: ຢູ່ກັບທີ່, ເຄື່ອນທີ່, ຜ່ານເຄື່ອງມືສື່ສານ ຫຼື ອຸປະກອນເອເລັກໂຕຣນິກ, ໂຄສະນາເຜີຍແຜ່ກົດໝາຍ ແລະ ຜ່ານສື່ສິ່ງພິມຕ່າງໆ ດັ່ງນີ້:
- ການສະໜອງຂໍ້ມູນຂ່າວສານກັບທີ່ ໃຫ້ປະຕິບັດຢູ່ໃນຫ້ອງການຂອງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
- ການສະໜອງຂໍ້ມູນຂ່າວສານເຄື່ອນທີ່ແມ່ນການລົງໄປເຄື່ອນໄຫວສະໜອງຂໍ້ມູນຂ່າວສານທາງດ້ານກົດໝາຍແກ່ປະຊາຊົນຢູ່ທ້ອງຖິ່ນ ຫຼື ຮາກ ຖານບ້ານ ໂດຍໃຫ້ປະຕິບັດໄປພ້ອມດຽວກັນກັບການລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍແບບເຄື່ອນທີ່.
- ການສະໜອງຂໍ້ມູນຂ່າວສານຜ່ານເຄື່ອງມືສື່ສານ ແລະ ອຸປະກອນເອເລັກໂຕຣນິກ ແມ່ນການໃຫ້ຂໍ້ມູນຂ່າວສານທາງດ້ານກົດໝາຍ ໂດຍຜ່ານໂທລະສັບ, ວິທະຍຸກະຈາຍສຽງ, ໂທລະພາບ, ໂທລະໂຄ່ງ ແລະ ອິນເຕີເນັດ ໃຫ້ແກ່ຜູ້ຮ້ອງຂໍ ຫຼື ຜູ້ສະເໜີ.
- ການສະໜອງຂໍ້ມູນຂ່າວສານຜ່ານສື່ສິ່ງພິມ ແມ່ນການສະໜອງຜ່ານ ໜັງສືພິມ, ວາລະສານ, ໃບຂ່າວສານ, ຈົດໝາຍເຫດທາງລັດຖະການ, ແຜ່ນເຈ້ຍທີ່ມີຕົວໜັງສື ຫຼື ຮູບພາບໃຫ້ແກ່ຜູ້ຮ້ອງຂໍ ຫຼື ຜູ້ສະເໜີ.
3.2 ການໃຫ້ຄຳປຶກສາທາງດ້ານກົດໝາຍ
ການໃຫ້ຄຳປຶກສາທາງດ້ານກົດໝາຍ ແມ່ນການແນະນຳ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ທີ່ກ່ຽວຂ້ອງກັບການຮ້ອງຂໍ ຫຼື ການສະເໜີ ຊຶ່ງສາມາດປະຕິບັດໄດ້ຫຼາຍວິທີ ເຊັ່ນ: ໃຫ້ຄຳປຶກສາຢູ່ກັບທີ່, ເຄື່ອນທີ່, ຜ່ານເຄື່ອງມືສື່ສານ ຫຼື ອຸປະກອນເອເລັກໂຕຣນິກ ດັ່ງນີ້:
- ການໃຫ້ຄຳປຶກສາກັບທີ່ ແມ່ນການແນະນຳ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ໂດຍໃຫ້ປະຕິບັດຢູ່ໃນຫ້ອງການຂອງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
- ການໃຫ້ຄຳປຶກສາເຄື່ອນທີ່ ແມ່ນການແນະນຳ, ອະທິບາຍທາງປາກເປົ່າ ຫຼື ເປັນລາຍລັກອັກສອນກ່ຽວກັບກົດໝາຍ ໂດຍໃຫ້ປະຕິບັດໄປພ້ອມກັບການສະໜອງຂໍ້ມູນຂ່າວສານໃນເວລາລົງໄປເຄື່ອນໄຫວວຽກງານໃຫ້ຄຳປຶກສາ ແລະ ໂຄສະນາເຜີຍແຜ່ກົດໝາຍ ໂດຍໃຫ້ປະຕິບັດຢູ່ນອກຫ້ອງການ ຂອງການຈັດຕັ້ງໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ.
- ການໃຫ້ຄຳປຶກສາຜ່ານເຄື່ອງມືສື່ສານ ຫຼື ອຸປະກອນເອເລັກໂຕຣນິກ ແມ່ນການແນະນຳ, ອະທິບາຍກົດກົດໝາຍ ຜ່ານໂທລະສັບ, ອິນເຕີເນັດ ທີ່ທາງການອະນຸຍາດ.
3.3 ການຊ່ວຍເຫຼືອໃນການຮ່າງເອກະສານ
ການຊ່ວຍເຫຼືອໃນການຮ່າງເອກະສານ ແມ່ນການຊ່ວຍເຫຼືອຜູ້ຮ້ອງຂໍໃນການແຕ່ງ ແລະ ການປະກອບເອກະສານຕ່າງໆເຊັ່ນ: ຄໍາຮ້ອງຟ້ອງ, ຄຳແກ້ຟ້ອງ, ສັນຍາ, ພິໄນກຳ ແລະ ເອກະສານອື່ນໆ ທີ່ກ່ຽວຂ້ອງກັບການຮ້ອງຂໍ ຫຼື ສະເໜີ.
ໃຫ້ດຳເນີນຢູ່ກັບທີ່. ໃນກໍລະນີທີ່ຜູ້ໄດ້ຮັບການຊ່ວຍເຫຼືອບໍ່ສາມາດເຂົ້າມາໃຊ້ບໍລິການກັບທີ່ໄດ້ ຍ້ອນເຈັບເປັນ ຫຼື ດ້ວຍເຫດຜົນອື່ນທີ່ເຊື່ອຖືໄດ້ ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍຕ້ອງ ລົງໄປໃຫ້ບໍລິການຢູ່ບ່ອນທີ່ຜູ້ກ່ຽວອາໄສຢູ່ ຫຼື ສະຖານທີ່ອື່ນ ທີ່ເໝາະສົມ.