ພະແນກຍູຕິທໍາແຂວງລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍຢູ່ບ້ານ ຂອງ ເມືອງໄຊຍະບູລີ

Primary tabs

          ໃນວັນທີ 10-12 ມັງກອນ 2023 ພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ສົມທົບກັບຫ້ອງການຍູຕິທໍາເມືອງໄຊຍະບູລີ ໄດ້ລົງເຄື່ອນໄຫວໂຄສະນາເຜີຍແຜ່ກົດໝາຍໃຫ້ປະຊາຊົນ 3 ບ້ານ ຂອງເມືອງໄຊຍະບູລີ. ເຊີ່ງນໍາພາໂດຍ ທ່ານ ບຸນລ້ຽງ ດວງສົມພອນ ຮອງຫົວໜ້າພະແນກຍຸຕິທໍາແຂວງ ພ້ອມດ້ວຍພະນັກງານຂອງພະແນກຍຸຕິທໍາແຂວງ ແລະ ຫ້ອງການຍຸຕິທໍາເມືອງໄຊຍະບູລີ, ມີ ນາຍບ້ານ 3 ບ້ານຄື: ບ້ານ ຄອນປຽດ ບ້ານ ໂພນແກ້ວ ບ້ານ ປາກທັງ ເມືອງໄຊຍະບູລີ ມີຜູ້ເຂົ້າຮ່ວມທັງໝົດ 165 ຄົນ; ຍິງ 122 ຄົນ
อาจเป็นรูปภาพของ 7 คน, ผู้คนกำลังยืน และ ผู้คนกำลังนั่ง
          ຈຸດປະສົງ ການລົງໂຄສະນາເຜີຍແຜ່ກົດໝາຍໃນຄັ້ງນີ້ ແມ່ນການຫວນຄືນສ້າງສະຕິເຄົາລົບກົດໝາຍ ແລະ ສ້າງຄວາມເຂັ້ມແຂວງທາງດ້ານກົດໝາຍໃຫ້ແກ່ອໍານາດການປົກຄອງບ້ານ, ໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງຂັ້ນບ້ານ ແລະ ເພື່ອໃຫ້ປະຊາຊົນໃນບ້ານດັ່ງກ່າວມີຄວາມຮູ້, ເຄົາລົບ ແລະ ປະຕິບັດກົດໝາຍຫຼາຍຂື້ນກ່າວເກົ່າ. ຊຶ່ງບັນດາກົດ ໝາຍທີ່ນໍາພາໄປເຜີຍແຜ່ໃນຄັ້ງນີ້ ປະກອບດ້ວຍ ດໍາລັດ 77/ລບ, ປະມວນກົດໝາຍແພ່ງພາກທີ III ກົດໝາຍທະບຽນຄອບຄົວ, ແລະ ປະມວນກົດໝາຍອາຍາບາງມາດຕາ.
          ຕອນທ້າຍທ່ານປະທານ ກໍໄດ້ມີຄໍາເຫັນຊີ້ນໍາໃຫ້ອົງການປົກຄອງບ້ານນໍາເອົາບັນດາເນື້ອໃນຈິດໃຈຂອງກົດໝາຍທີ່ໄດ້ໂຄສະນາເຜີຍແຜ່ໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຜີຍແຜ່ໃຫ້ປະຊາຊົນຜູ້ທີ່ບໍ່ໄດ້ມາຟັງໃນຄັ້ງນີ້ ໄດ້ຮັບການເຊື່ອມຊືມກົດໝາຍຢ່າງທົ່ວເຖິງ, ຮັບປະກັນໃນການດໍາລົງຊີວິດຂອງປະຊາຊົນບໍ່ໃຫ້ມີການກະທໍາຜິດຕໍ່ລະບຽບກົດໝາຍ. ໃນກໍລະນີມີການກະທໍາຜິດເລັກໜ້ອຍເບົາບາງ ຫຼື ມີຂໍ້ຂັດແຍ່ງເກີດຂຶ້ນພາຍໃນບ້ານ ກໍຂໍໃຫ້ຄະນະໜ່ວຍໄກ່ເກັ່ຍຂໍ້ຂັດແຍ່ງເອົາໃຈໃສ່ ໃນການໄກ່ເກັ່ຍຄົ້ນຄວ້າຊອກຫາທຸກວິທີ ແກ້ໄຂໃຫ້ສໍາເລັດດ້ວຍຄວາມສະໝັກໃຈປານິປານອມກັນຂອງຄູກໍລະນີຮັບປະກັນຄວາມໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ
ຂ່າວ - ພາບ ຄໍເຕີ້ ພວງຂຸນທອງ