ພິທີມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າພະແນກຍຸຕິທຳແຂວງ ເຊກອງຜູ້ເກົ່າ ແລະ ຜູ້ໃໝ່

Primary tabs

ພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານຄຳບາງ ພະສະແຫວງ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ (ຜູ້ເກົ່າ) ແລະ ທ່ານ ບູນຕຸ້ມ ແກ້ວກິ່ງກົມ (ຜູ້ໃໝ່) ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 9 ຕຸລາ 2020, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ມີແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງ ແລະ ພະນັກງານວິຊາການເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 15 ທ່ານ.

ທ່ານ ຄຳບາງ ພະສະແຫວງ ຫົວໜ້າພະແນກຍຸຕິທຳ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບວຽກງານໃນໄລຍະ 5 ປີ ຜ່ານມາ ຊຶ່ງມີທັງຈຸດດີທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ຊີ້ນຳ-ນຳພາ ໃນໄລຍະຕໍ່ໄປ, ຈາກນັ້ນ ກໍໄດ້ມີການມອບ-ຮັບໜ້າທີ່ ລະຫວ່າງ ທ່ານຫົວໜ້າພະແນກຍຸຕິທຳ ຜູ້ເກົ່າ ແລະ ຜູ້ໃໝ່ ໂດຍມີຂະແໜງການທີ່ກ່ຽວຂ້ອງເປັນພະຍານ.

ໃນພິທີທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກຕໍ່ຜູ່ທີ່ຈະມາຮັບໜ້າທີ່ໃໝ່ ຕ້ອງສຸມໃສ່ວຽກງານໃນຂົງເຂດຍຸຕິທຳເພາະເປັນວຽກງານໜຶ່ງທີ່ມີບົດບາດໃນສັງຄົມໃນການສ້າງສະຕິເຄົາລົບກົດໝາຍ, ສືບຕໍ່ຜັນຂະຫຍາຍບັນດາວຽກງານຕ່າງໆທີ່ທາງຫົວໜ້າພະແນກຜູ້ເກົ່າໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ໃຫ້ນຳໃຊ້ຄວາມຮູ້-ຄວາມສາມາດ, ຫົວຄິດປະດິດສ້າງ, ຖອດຖອນສິ່ງທີ່ດີ, ໃຫ້ມີອັນພົ້ນເດັ່ນຮອບດ້ານ, ສາມັກຄີຮ່ວມແຮງຈັດຕັ້ງປະຕິບັດວຽກງານໃຫ້ມີຜົນສຳເລັດ. ນອກຈາກນັ້ນ ທ່ານກໍຍັງຮຽກຮ້ອງມາຍັງພະນັກງານ-ລັດຖະກອນ ໃຫ້ມີຈັນຍາບັນ, ຈັນຍາທຳ ມີຄວາມຈິງໃຈຕໍ່ໜ້າທີ່ວຽກງານ.

ໃນຕອນທ້າຍພິທີ ທ່ານ ບຸນຕຸ້ມ ແກ້ວກິ່ງກົມ ຫົວໜ້າພະແນກຍຸຕິທຳແຂວງ (ຜູ້ໃໝ່) ກໍ່ໄດ້ຂຶ້ນຮັບຄຳໂອ້ລົມຂອງທ່ານປະທານ, ແລະ ປະຕິຍານວ່າຈະຮ່ວມແຮງຮ່ວມມືກັບບັນດາພະນັກງານ-ລັດຖະກອນ ຈະສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາວຽກງານໃນຂົງເຂດຍຸຕິທຳ ແລະ ຮ່ວມກັບຫ້ອງການຍຸຕິທຳ 04 ເມືອງ ເອົາໃຈໃສ່ ເສີມສ້າງໃນບັນດາທຸກວຽກງານໃຫ້ໜັກແໜ້ນ, ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອຜົນປະໂຫຍດຂອງສ່ວນລວມ ໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ.

ພາບ-ຂ່າວ: ມະນີດາ ເລຫວຽດມ່ວງ