ໜ່ວຍກຳມະບານພະແນກຍຸຕິທຳສຳເລັດກອງປະຊຸມໃຫຍ່ຄັ້ງ II

ໃນວັນ​ທີ 16 ທັນວາ 2015 ຜ່ານ​ມານີ້ ໜ່ວຍ​ກຳມະບານ​ພະ​ແນ​ກຍຸຕິ​ທຳ​ແຂວງ ຫົວພັນ ໄດ້​ສຳ​ເລັດກອງ​ປະຊຸມ​ໃຫຍ່ ​ຄັ້ງທີ II ໂດຍ​ພາຍ​ໃຕ້​ການການ​ເປັນ​ປະທານ​ຂອງ ​ສະຫາຍ ດອນ​ສະຫວັນ ດວງ​ສິດ ຮອງ​ປະທານ​ສະຫະພັນ​ກຳມະບານແຂວງ, ມີ​ສະຫາຍ ສົມ​ພອນ ອິນ​ຄະ​ວິ​ໄລ ຮອງ​ຫົວໜ້າ​ພະ​ແນ​ກຍຸຕິ​ທຳ​ແຂວງ; ມີ​ຜູ່ຕາງໜ້າ​ມາ​ຈາກອົງການ​ພາຄີ​ສານ​ປະຊາຊົນ​ແຂວງ, ​ອົງການໄອ​ຍະ​ການ​ປະຊາຊົນ​ແຂວງ, ສະພາ​ເຂດ​ເລືອກຕັ້ງທີ 8 ແຂວງຫົວພັນ​ ​ແລະ ສະມາຊິກ​ກຳມະບານ​ຂອງ​ພະ​ແນ​ກ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

​ໃນ​ກອງ​ປະຊຸມ​ດັ່ງກ່າວ​ ທ່ານ ຄຳ​ມີ ວັນນະ​ຄະ​ມີ​ໄຊ ຮອງ​ຫົວໜ້າ​ຫ້ອງການ​ຈັດຕັ້ງ, ກວດກາ-ພະນັກງານ ໄດ້​ຂຶ້ນຜ່ານ​ບົດ​ລາຍ​ງານ​ການ​ເມືອງ​ທັງ​ສອງ II ພາກ ຊຶ່ງ​ຍົກ​ໃຫ້​ເຫັນ​ດ້ານ​ດີ, ຜົນງານ​ທີ່​ຍາດ​ມາ​ໄດ້​ໃນ​ໄລຍະ 1 ປີ ຜ່ານມາ ​ແລະ ດ້ານ​ອ່ອນ​ຄົງ​ຄ້າງ​ທີ່​ຈະ​ຕ້ອງ​ໄດ້​ປັບປຸງ​ແກ້​ໄຂ​ໃນຕໍ່ໜ້າ. ຕະຫຼອດ​ໄລຍະ 1 ປີຜ່ານມາ ​ໜ່ວຍ​ກຳມະບານ​ພະ​ແນ​ກຍຸຕິ​ທຳ​ແຂວງ​ໄດ້​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມການ​ເມືອງ​-ແນວ​ຄິດ​ໃຫ້​ແກ່​ສະມາຊິກ ​ຕະຫຼອດຮອດ​ພະນັກງານ-ລັດຖະກອນ​ພາຍ​ໃນ​ກົມ​ກອງ​ຂອງ​ຕົນ ​ໃຫ້​ເຂົ້າ​ໃຈ​ຕໍ່​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລະບຽບກົດໝາຍຂອງ​ລັດ, ປະຕິບັດ​ແບບ​ແຜນ​ວິທີ​ເຮັດ​ວຽກຂອງ​ອົງການ​ຈັດຕັ້ງພັກ ​ກໍຄື​ອົງການ​ຈັດຕັ້ງຂອງ​ລັດ​ທີ່​ຕົນ​ຂຶ້ນກັບ ​ແລະ ຄົ້ນຄວ້າ​ເຊື່ອມ​ຊືມ​ເອກະສານຕ່າງໆຂອງ​ກຳ​ມະ​ບານ ແລະ ກົດໝາຍວ່າດ້ວຍ ກຳມະບານລາວ. ເຮັດໃຫ້ສະມາຊິກແຕ່ລະສະຫາຍອຸ່ນອ່ຽນທຸ່ນທ່ຽງຫ້າວຫັນຕໍ່ໜ້າທີ່ວຽກງານ ຊຶ່ງສະແດງ ອອກ​ໃນ​ການຫັນສະມາຊິກລົງກໍ່ສ້າງຮາກຖານຕາມການມອບໝາຍຂອງຄະນຳພະແນກ, ເຖິງແມ່ນວ່າຈະມີຄວາມຫຍຸ້ງ ຍາກກໍຕາມກໍ ສາມາດຜ່ານຜ່າສຳເລັດໜ້າທີ່ຕາມລະດັບຄາດໝາຍ. ປັດຈຸບັນນີ້ ໜ່ວຍກຳມະບານຂອງພະແນກຍຸຕິທຳ​ແຂວງ​ຫົວພັນ ມີສະມາຊິກທັງໝົດ 39 ສະຫາຍ, ຍິງ 13 ສະຫາຍ, ສະມາຊິກທຸກສະຫາຍໄດ້ເອົາໃສ່ປະຕິບັດເນື້ອໃນຂໍ້ແຂ່ງ ຂັ້ນ 2 ດີ 5 ເປັນເຈົ້າຢ່າງຕັ້ງໜ້າ ຊຶ່ງ​ເຮັດ​ໃຫ້ສະມາຊິກກຳມະບານ ໄດ້ຮັບໃບຍ້ອງຍໍຈາກສະຫະພັນກຳມະບານແຂວງ 32 ສະຫາຍ ແລະ ໄດ້ຮັບໃບຢັ້ງຢືນເປັນໜ່ວຍກຳມະບານ 2 ດີ 5 ເປັນເຈົ້າ ປະຈຳປີ 2014  ແລະ ສືບຕໍ່ສູ້ຊົນເພື່ອຮັກສາມູນ ເຊື້ອ. ເຄື່ອນໄຫວເຂົ້າຮ່ວມກິລາປະເພດຕ່າງໆ ທີ່ທາງແຂວງຈັດຂຶ້ນ ລວມທັງໝົດ 47 ຄັ້ງ, ມີຜູ່ເຂົ້າຮ່ວມ 260 ສະຫາຍ, ປະກອບສ່ວນ​ໃນ​ການສະແດງສິນລະປະວັນນະຄະດີໃນງານຕ່າງໆໄດ້ 3 ຄັ້ງ. ນອກຈາກສະມາຊິກກຳມະບານໄດ້ເຄື່ອນ ໄຫວວຽກງານວິຊາສະເພາະແລ້ວ ຍັງເຄື່ອນໄຫວໃນການສ້າງເສດຖະກິດຄອບຄົວດ້ວຍການບໍລິການ, ການປູກຟັງ-ລ້ຽງສັດ ແລະ ອື່ນໆ. ເດັ່ນກວ່າໝູ່ແມ່ນຄອບຄອບຂອງສະຫາຍ ສີທອນ ອິນມະນີ, ຄອບຄົວສະຫາຍ ສົມພອນ ອິນຄະວິໄລ, ຄອບຄົວ ສະຫາຍ ບົວລຽນ ພອນຄຳມາ, ຄອບຄົວສະຫາຍ ນາງ ແນະ ເຮືອງຄຳແພງ, ຄອບຄົວ ນາງ ພູເຮືອງ ພົມມະວັນ ແລະ ຄອບຄົວອື່ນໆ ສາມາດສ້າງລາຍຮັບເພີ່ມນອກຈາກເງິນເດືອນ​ເຮັດ​ໃຫ້ແຕ່ລະຄອບຄົວມີຢູ່ມີກິນ, ມີເຮືອນຢູ່ຖາວອນ ແລະ ສົ່ງລູກຫຼານໄປ ຮຽນຕໍ່ທັງຢູ່ພາຍໃນ ແລະ ຕ່າງປະເທດ. ສະມາຊິກກຳມະບານພາຍໃນໜ່ວຍສາມາດຫຼຸດພົ້ນອອກຈາກ ຄວາມທຸກຍາກ ສະເລ່ຍລາຍຮັບສາມາດບັນລຸໄດ້ 20 ລ້ານກີບຕໍ່ຄົນຕໍ່ປີ. ປັດຈຸ​ບັນໜ່ວຍກຳມະບານສາມາດເກັບທ້ອນເງິນ ກອງທຶນຊ່ວຍເຫຼືອ​ເຊິງກັນ ແລະ ກັນໄດ້ 3.996.000 ກີບ. ໃນກອງປະຊຸມ ຜູ່ເຂົ້າຮ່ວມ​ໄດ້ປະກອບຄຳເຫັນໃສ່ບົດລາຍການ ເມືອງທັງສອງພາກເພື່ອໃຫ້ມີເນື້ອໃນຄົບຖ້ວນ ພ້ອມກັນນັ້ນຜູ່ເຂົ້າຮ່ວມຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດ ຄັດເລືອກເອົາຄະນະປະທານໜ່ວຍກຳມະບານຊຸດໃໝ່ຂອງພະແນກຍຸຕິທຳແຂວງຫົວພັນຕື່ມອີກ.  ຕອນທ້າຍຂອງກອງປະ ຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ດອນສະຫວັນ ດວງສິດ ຮອງປະທານກຳມະບານແຂວງ ເພື່ອເປັນການຊີ້ທິດ ເຍືອງທາງໃຫ້ຄະນະກຳມະບານຊຸດໃໝ່ ໃນການສືບຕໍ່ຈັດຕັ້ງປະຕິບັດໃນໜ້າທີ່ວຽກງານກຳມະບານໃຫ້ດີຂຶ້ນເທື່ອລະກ້າວ.