ພະແນກຍຸຕິທຳແຂວງ ຫົວພັນ ລົງຕິດຕາມ ແລະ ປະເມີນຜົນວຽກງານແກ້ໄຂຂໍ້ຂັດແຍ່ງຢູ່ເມືອງ ແລະ ບ້ານ

ລະຫວ່າງວັນທີ 1 ຫາ 11 ກັນຍາ 2019 ທີ່ຜ່ານມາ, ທ່ານ ນາງ ຈ໋າວ ວື ຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍ ພ້ອມດ້ວຍຄະນະ ສົມທົບກັບຫ້ອງການຍຸຕິທຳເມືອງ 6 ເມືອງ ລົງຕິດຕາມ ແລະ ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດວຽກງານການແກ້ໄຂຂໍ້ຂັດແຍ່ງຂັ້ນເມືອງ ແລະ ໜ່ວຍໄກເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ຊື່ງປະກອບມີ ເມືອງ ແອດ ມີ: ບ້ານ ນາຮ້າ, ບ້ານ ດ່ານ; ເມືອງ ຊຽງຄໍ້ ມີ: ບ້ານ ນາຄ້າງ, ບ້ານ ຊຽງຄໍ້; ເມືອງ ຮ້ຽມ ມີ: ບ້ານ ວຽງທອງ, ບ້ານ ທາດຮ້ຽມ; ເມືອງ ຊ່ອນ ມີ: ບ້ານ ຊ່ອນເໜືອ, ບ້ານ ຊ່ອນໃຕ້; ເມືອງກວັນ ມີ: ບ້ານ ໜອງແຫວນ, ບ້ານ ເມືອງນາ; ເມືອງ ວຽງໄຊມີ: ບ້ານ ປຸງນາຄາວ ແລະ ບ້ານ ຊຽງລວງ.

ຈຸດປະສົງເພື່ອຕິດຕາມກວດກາວຽກງານແກ້ໄຂຂໍ້ຂັດແຍ່ງຢູ່ບັນດາເມືອງ ແລະ ການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານໃນໄລຍະຜ່ານມາ. ພ້ອມທັງຊຸກຍູ້ໃຫ້ຄະນະແກ້ໄຂຂໍ້ຂັດແຍ່ງໄດ້ຮັບຮູ້ ແລະ ເຂົ້າໃຈເຖິງໜ້າທີ່ ແລະ ພາລະບົດບາດ, ຄວາມໝາຍ, ຄວາມສຳຄັນ, ຜົນປະໂຫຍດລວມເຖິງວິທີການ ແລະ ຂັ້ນຕອນຂອງການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ຮູ້ຈັກໄຈ້ແຍກປະເພດຂໍ້ຂັດແຍ່ງທີ່ສາມາດນຳມາແກ້ໄຂໄກ່ເກ່ຍຢູ່ຂັ້ນບ້ານເປັນຕົ້ນ: ຂໍ້ຂັດແຍ່ງກ່ຽວກັບສາຍພົວພັນທາງແພ່ງ, ການຄ້າ, ຄອບຄົວ ແລະ ສິ່ງແວດລ້ອມ ລວມທັງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ທາງດ້ານຈິດໃຈ, ຊັບສິນ ແລະ ເສດຖະກິດ, ການກະທຳຜິດທາງອາຍາ ທີ່ມີລັກສະນະເບົາບາງ, ຊຶ່ງໄດ້ຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການໄກ່ເກ່ຍໃຫ້ຄູ່ກໍລະນີໄດ້ຕົກລົງກັນດ້ວຍການປະນິປະນອມກັນ, ຊອກຫາວິທີທາງຊ່ວຍຄູ່ກໍລະນີໃຫ້ເຂົ້າຫາກັນ ແລະ ສາມາດຕົກລົງແກ້ໄຂບັນຫາຄວາມຂັດແຍ່ງນຳກັນຢ່າງສັນຕິວິທີ, ສະເໜີພາບ ແລະ ມີຄວາມຍຸຕິທຳ, ເຮັດໃຫ້ຄູ່ກໍລະນີ ແລະ ຜູ້ເຂົ້າຮ່ວມຮັບຮູ້ຢ່າງຈະແຈ້ງ ເພື່ອເຮັດໃຫ້ຄູ່ກໍລະນີໄດ້ຮັບຄວາມຍຸຕິທຳ, ສາມັກຄີຮັກແພງປອງດອງ, ຫັນໜ້າເຂົ້າຫາກັນຄືເກົ່າ.
ໃນການລົງປະເມີນຢູ່ແຕ່ລະບ້ານຍັງໄດ້ສົນທະນາແລກປ່ຽນບົດຮຽນນຳກັນຢ່າງກົງໄປກົງມາ ເພື່ອພ້ອມກັນແກ້ໄຂບັນຫາທີ່ເກີດຂຶ້ນໃຫ້ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ, ໃນໂອກາດນີ້ທ່ານນາງ ຈ໋າວ ວື ຍັງໄດ້ໂອ້ລົມຕໍ່ ອຳນາດການປົກຄອງບ້ານ ກໍຄື ຄະນະໄກ່ເກ່ຍຂໍ້ຂັດແຍ່ງຕ້ອງໄດ້ສຸມໃສ່ໃນການໂຄສະນາເຜີຍແຜ່ກົດໝາຍ ແລະ ລະບຽບການຂອງບ້ານໃຫ້ປະຊາຊົນໄດ້ຮັບຊາບ, ເປັນເຈົ້າການໃນການຕ້ານ ແລະ ສະກັດກັ້ນຂໍ້ຂັດແຍ່ງທີ່ມີລັກສະນະເລັກນ້ອຍ, ເບົາບາງ, ບໍ່ຫຍຸ້ງຍາກ ແລະ ສັບສົນໃຫ້ໄດ້ຮັບການແກ້ໄຂໄກ່ເກ່ຍສຳເລັດຢູ່ຂັ້ນບ້ານ, ທັງນີ້ກໍເພື່ອເປັນການປະກອບສ່ວນສ້າງບ້ານແບບຢ່າງປະຕິບັດກົດໝາຍ, ບ້ານປ້ອງກັນຄວາມສະຫງົບສຸກ ແລະ ກາຍເປັນບ້ານວັດທະນາທຳເທື່ອລະກ້າວ.

ຂຽນຂ່າວ-ຖ່າຍພາບໂດຍ: ພວງເພັດ ເພັດຍາວົງ