Submitted by xaiyphimphone on

ໃນຕອນເຊົ້າວັນທີ 31 ພຶດສະພາ 2022 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໄດ້ຈັດພິທີມອບໃບຢັ້ງຢືນຜ່ານການລົງຝຶກງານຂອງນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ສາຂາ ແຂວງ ສະຫວັນນະເຂດ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ມະນີວັນ ແກ້ວພິກຸນ ແລະ ທ່ານ ຄຳສິງ ເພັດໄຊຍະພອນ ຮອງຫົວໜ້າພະແນກຍຸຕິທຳແຂວງ.

ເພື່ອປະຕິບັດຕາມຫຼັກສູດການຮຽນ-ການສອນ ພາກທິດສະດີແລ້ວ ຕ້ອງໄດ້ຜ່ານການລົງຝຶກງານໃນພາກປະຕິບັດຕົວຈິງ ພ້ອມທັງຍົກປະສິດທິພາບຂອງນັກສຶກສາກົດໝາຍໃຫ້ສູງຂື້ນ ແລະ ເພື່ອສັງເກດຕີລາຄາສະພາບການປະຕິບັດຕົວຈິງຂອງນັກສຶກສາກົດໝາຍໃນໄລຍະທີ່ຝຶກງານຢູ່ພະແນກຍຸຕິທຳແຂວງ ເລີ່ມແຕ່ວັນທີ 3 - 31 ພຶດສະພາ 2022 ພະແນກຍຸຕິທໍາແຂວງ ສະຫວັນນະເຂດ ໄດ້ຮັບນັກສຶກສາກົດໝາຍປີ 03 ຊັ້ນສູງ ສົກຮຽນປີ 2021–2022 ຈາກສະຖາບັນຍຸຕິທຳແຫ່ງຊາດ ສາຂາແຂວງ ສະຫວັນນະເຂດ ຈຳນວນ 24 ທ່ານ ຍິງ 9 ທ່ານ.
ຜ່ານການຝຶກງານຕົວຈິງໃນໄລຍະ 1 ເດືອນ ຂອງນັກສຶກສາກົດໝາຍສະຖາບັນຍຸຕິທຳແຫ່ງຊາດ ສາຂາແຂວງ ສະຫວັນນະເຂດ ເຫັນວ່ານັກສຶກສາກົດໝາຍມີຄວາມເອົາໃຈໃສ່ຄົ້ນຄວ້າຊອກຮູ້ຮ່ຳຮຽນ, ຕັ້ງໜ້າປະຕິບັດວຽກງານຕາມການມອບໝາຍ, ເປັນເຈົ້າການໃນການເຄົາລົບນັບຖືກົດລະບຽບຂອງສະຖາບັນວາງອອກ ກໍ່ຄືລະບຽບຂອງສຳນັກງານ ແລະ ມີຄວາມສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນເປັນຢ່າງດີ. ດັ່ງນັ້ນ ພະແນກຍຸຕິທໍາແຂວງ ສະຫວັນນະເຂດ ຈຶ່ງອອກໃບຢັ້ງຢື້ນຜ່ານການຝຶກງານໃຫ້ນັກສຶກສາກົດໝາຍ ຈຳນວນ 24 ທ່ານ ຍິງ 9 ທ່ານ.
ຖ່າຍພາບ-ຂຽນຂ່າວ ໄພລີ ມະນີໂຄດ.
ປະເພດຂ່າວ: