ປີ 2018 ເມືອງ ສອງຄອນ ແຂວງ ສະຫວັນນະເຂດ ສຳເລັດການຮຽນ-ການສອນ ກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ

        ຜ່ານການດຳເນີນ ແລະ ຈັດຕັ້ງປະຕິບັດໂຄງການກົດໝາຍຊັ້ນຕົ້ນ ລະບົບ 3 ເດືອນ ໃນເວລາອັນເຄັ່ງຮ້ອນ ແລະ ເຕັມໄປດ້ວຍຄວາມຮັບຜິດຊອບສູງ ຂອງຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຶ່ງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ເຮັດໃຫ້ຊຸດຮຽນໃນເທື່ອນີ້ໄດ້ດຳເນີນໄປຕາມແຜນການ ແລະ ສຳເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ກຳນົດໄວ້.

ມາໃນຄັ້ງວັນທີ 31 ພຶດສະພາ 2018 ພະແນກຍຸຕິທຳແຂວງ ສະຫວັນນະເຂດ, ສະຖາບັນຍຸຕິທຳພາກກາງ ໄດ້ສົບທົມກັບຄະນະນຳຂອງເມືອງ ແລະ ຫ້ອງການຍຸຕິທຳເມືອງ ສອງຄອນ ໄດ້ຈັດຕັ້ງພິທີປິດຊຸດຮຽນ ກົດໝາຍຊົ້ນຕົ້ນລະບົບ 3 ເດືອນ ໃຫ້ແກ່ນັກຮຽນກົດໝາຍຊັ້ນຕົ້ນ ໂດຍໃຫ້ກຽດຮ່ວມເປັນ ຄະນະປະທານໃນພິທີປິດ ແລະ ມອບໃບຢັ້ງຢືນ ຂອງ ທ່ານ ສິລິ ບົວພັນ ຄະນະປະຈຳພັກເມືອງ, ປະທານກວດກາພັກ-ລັດເມືອງ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ພ້ອມ ທ່ານ ສົມສະໜິດ ດອນປະເສີດ ຫົວໜ້າສະຖາບັນຍຸຕິທຳພາກກາງ, ເຂົ້າຮ່ວມຄັ້ງນີ້ມີຄະນະພັກເມືອງ, ຫົວໜ້າ ແລະ ພະນັກງານຂອງຫ້ອງການຍຸຕິທຳເມືອງ, ຕາງໜ້າຫ້ອງການອ້ອມຂ້າງເມືອງ, ຄູ-ອາຈານ ແລະ ນັກຮຽນກົດໝາຍຊັ້ນຕົ້ນທັງໝົດ, ໃນພິທີທ່ານ ຫົວໜ້າຫ້ອງການຍຸຕິທຳເມືອງ ໄດ້ຜ່ານບົດສະຫຼຸບ ລາຍງານຜົນສຳເລັດຂອງຊຸດການຮຽນ-ສອນກົດໝາຍຊັ້ນຕົ້ນ ພ້ອມທັງ ຜ່ານບັນດາຂໍ້ຕົກລົງມອບໃບປະກາດ ແລະ ຂໍ້ຕົກລົງຍ້ອງຍໍຄູ-ອາຈານ  ແລະ ນັກຮຽນກົດໝາຍຊັ້ນຕົ້ນ ຊຶ່ງໃນຊຸດຮຽນນີ້ ມີຜູ່ທີ່ໄດ້ຮັບໃບປະກາດສະນີຍະບັດກົດໝາຍຊັ້ນຕົ້ນທັງໝົດ 30 ຄົນ, ຍິງ 06 ຄົນ.

ໃນຕອຍທ້າຍຂອງພິທີ ທ່ານຄະນະປະທານ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການປະຕິບັດໂຄງການຫຼັກສູດການຮຽນ-ການສອນກົດໝາຍຊັ້ນຕົ້ນລະບົບ 3 ເດືອນຊຸດນີ້ ແລະ ທ່ານຍັງມີຄຳເຫັນແນະນຳບາງດ້ານດັ່ງນີ້: ຕ້ອງສືບຕໍ່ປະຕິບັດໂຄງການຫຼັກສູດການຮຽນ-ສອນ ກົດໝາຍຊັ້ນຕົ້ນນີ້ ໃຫ້ໄດ້ທຸກໆປີ ໂດຍມີແຜນການ, ແຜນງານ, ແຜນງົບປະມານ, ແຜນຄົນ ພ້ອມທັງກຳນົດກຸ່ມບ້ານທີ່ຈະເປີດຮຽນຢ່າງຊັດເຈນ ແລະ ມີການຂໍທິດຊີ້ນຳ ແລະ ມີການປະສານສົມທົບກັບສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປະຈຳໃນການຈັດຕັ້ງປະຕິບັດ, ສໍາລັບຜູ່ເຂົ້າຮຽນເມື່ອສຳເລັດແລ້ວ ຕ້ອງນຳເອົາບົດຮຽນ, ກົດໝາຍ ທີ່ໄດ້ຮຽນມານັ້ນ ໄປຜັນຂະຫຍາຍຕໍ່ໃຫ້ກວ້າງຂວາງ ເປັນຕົ້ນການໝູນໃຊ້ຄວາມຮູ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ພ້ອມທັງເຜີຍແຜ່ພາຍໃນຫ້ອງການຂອງຕົນ, ພາຍໃນກຸມບ້ານ, ບ້ານ ແລະ ຄອບຄົວ ຕາມເງື່ອນໄຂຕົວຈິງ ແລະ ຖືກຕ້ອງຕາມກົດໝາຍ.