ກຳມະບານຮາກຖານພະແນກຍຸຕິທຳ ແຂວງສະຫວັນນະເຂດ ເປີດກອງປະຊຸມໃຫຍ່ຄັ້ງທີ V ແລະ ພິທີມອບໃບຢັ້ງຢືນ 5 ເປັນເຈົ້າ

ໃນບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນ, ທົ່ວຊົ້ນຊັ້ນກຳມະກອນ ພວມຈັດຕັ້ງຜັນຂະຫຍາຍ ເນື້ອໃນ ແລະ ຈິດໃຈຂອງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານລາວ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງສະຫະພັນກຳມະບານແຂວງ ສະຫວັນນະເຂດຢ່າງເປັນຂະບວນຟົດຟື້ນ.

ໂດຍຖືເອົາໂອກາດເລີກງາມຍາມດີນີ້ ກຳມະບານຮາກຖານພະແນກຍຸຕິທຳແຂວງ ຈຶ່ງເປີດກອງປະຊຸມໃຫຍ່ ຄັ້ງທີ V ຂອງຕົນຂຶ້ນ ໃນວັນທີ 29 ມີນາ 2018 ເພື່ອສະຫຼຸບ ສັງເກດຕີລາຄາຜົນງານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຊຸມປີຕໍ່ໜ້າ ແລະ ເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່, ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານຂອງ ທ່ານ ວັນນະລາດ ຫົງສາທິລາດ ຄະນະບໍລິຫານງານກຳມະບານລາວ, ປະທານສະຫະພັນກຳມະບານແຂວງ, ທ່ານ ອຸໄພວັນ ໄຊຍະວົງ ເລຂາໜ່ວຍພັກ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ຍັງປະກອບດ້ວຍ ຕາງໜ້າອົງການຈັດຕັ້ງມະຫາຊົນ, ບັນດາແຂກຈາກກຳມະບານຮາກຖານພະແນກ ການອ້ອມຂ້າງ ແລະ ຜູ່ແທນກອງປະຊຸມ ລວມທັງໝົດ 58 ທ່ານ, ຍິງ 23 ທ່ານ.

ກອງປະຊຸມໄດ້ໄຂຂຶ້ນ ໃນເວລາ 8 ໂມງ 00 ນາທີ ດ້ວຍບັນຍາກາດທີ່ຟົດຟື້ນ, ພາຍຫຼັງທີ່ກ່າວໄຂກອງປະ ຊຸມໃຫຍ່ຄັ້ງທີ່ V ກຳມະບານຮາກຖານພະແນກຍຸຕິທຳແຂວງຢ່າງເປັນທາງການແລ້ວ ທ່ານ ນາງ ພູເພັດ ໄຊຍະວົງ ປະທານກຳມະບານຮາກຖານ ພະແນກຍຸຕິທຳແຂວງ ກໍໄດ້ຜ່ານບົດລາຍງານການເມືອງ ແລະ ທິດທາງແຜນການຊຸມປີຕໍ່ໜ້າ, ໃນກອງປະຊຸມຍັ້ງໄດ້ຈັດພິທີມອບໃບຢັ້ງຢືນ 5 ເປັນເຈົ້າ ແລະ ໃບຍ້ອງຍໍ, ຊົມເຊີຍບຸກຄົນດີເດັ່ນ.

ເມື່ອຄະນະກຳມະບານຮາກຖານຊຸດເກົ່າໄດ້ຜ່ານໄດ້ຜ່ານໃບສຳຫຼວດ ແລະ ກ່າວລາໜ້າທີ່ແລ້ວ ກອງປະຊຸມໃດ້ຈັດຕັ້ງການປ່ອນບັດເລືອກຕັ້ງເອົາຄະນະກຳມະບານຮາກຖານຊຸດໃໝ່ ຊຶ່ງມີຜູ່ສະໝັກ 7 ທ່ານ, ຍິງ 2 ທ່ານ ແມ່ນເລືອກເອົາ 5 ທ່ານ ເຂົ້າເປັນຄະນະຊຸດໃໝ່ ຊຶ່ງມີຜູ່ແທນກອງປະຊຸມປ່ອນບັດຄັດເລືອກ ຈຳນວນ 46 ທ່ານ, ຍິງ 21ທ່ານ, ການປ່ອນບັດຄັດເລືອກເອົາຄະນະຊຸດໃໝ່ໄດ້ດຳເນີນໄປດ້ວຍຄວາມໂປ່ງໃສ່ ແລະ ຍຸຕິທຳ ຊຶ່ງຜົນການປ່ອນບັດໄດ້ຄະນະຊຸດໃໝ່ 5 ທານ, ຍິງ 0 ທ່ານ ປະກອບດ້ວຍ: ທ່ານ ສີສະຫວາດ ເພັງທະລັງສີ ເປັນປະທານກະມະບານຮາກຖານ, ທ່ານ ເກດທະວີສຸກ ເທບພົມມີ ເປັນຮອງປະທານ ທັງເປັນປະທານກວດກາ, ທ່ານ ແສງພະຈັນ ແກ້ວຄຳໂພ ເປັນຮອງປະທານ ທັງເປັນຮອງປະທານກວດກາ, ທ່ານ ເກດດາໄຊ ກຸນລະບຸດ ເປັນຮອງປະທານກວດກາ ແລະ ທ່ານ ສີບຸນຮຸງ ບົວຜາ ເປັນກຳມະການ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນນະລາດ ຫົງສາທິລາດ ຄະນະບໍລິຫານງານກຳມະບານລາວ, ປະທານສະຫະພັນກຳມະບານແຂວງ, ກໍໄດ້ໂອ້ລົມ ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ ຂອງກຳມະບານຮາກຖານພະແນກຍຸຕິທຳແຂວງ ພ້ອມທັງປະກອບຄຳເຫັນ ແນະນຳບາງບັນຫາດັ່ງນີ້: ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານສະມາຊິກກຳມະບານໃຫ້ມີຫຼັກໝັ້ນການເມືອງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດນັບມື້ໜັກແໜ້ນກ່ວາເກົ່າ, ເພີ່ມທະວີຄວາມຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປັບປຸງກໍ່ສ້າງການຈັດຕັ້ງກຳມະບານໃຫ້ມີຄວາມເຂັ້ມແຂງ ໂດຍປະຕິບັດຫຼັກການພື້ນຖານຂອງພັກໃຫ້ເຂັ້ມງວດເປັນຕົ້ນແມ່ນ: ຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຈະແຈ້ງ, ກ້າຕຳນິຕົນເອງ ແລະ ຕິຊົມກັນ, ພ້ອມທັງເອົາໃຈໃສ່ວຽກງານກວດກາເປັນຕົ້ນ: ວຽກງານກວດກາຂອງກຳມະບານ, ກວດກາການປະຕິບັດໜ້າທີ່ຂອງສະມາຊິກກຳມະບານໃຫ້ເຂັ້ມແຂງ ແລະ ຮັກສາໄດ້ມູນເຊື້ອກຳມະບານຮາກຖານ 5 ເປັນເຈົ້າກ່ຽວກັບວຽກງານວິຊາສະເພາະ ກຳມະບານຮາກຖານ ຕ້ອງເອົາໃຈໃສ່ຄົ້ນຄ້ວາກຳແໜ້ນທິດທາງແຜນການຂອງຂັ້ນເທິງໃນແຕ່ລະໄລຍະ, ຮູ້ຜັນຂະຫຍາຍໃຫ້ເປັນແບບແຜນອັນລະອຽດຂອງຕົນ ໂດຍສະເພາະການເປັນເສນາທິການໃຫ້ພະແນກຍຸຕິທຳແຂວງ ໃນການຄົ້ນຄ້ວາສັງລວມເນື້ອໃນຢ່າງຮອບດ້ານ, ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງພະແນກຍຸຕິທຳແຂວງ, ກອງປະຊຸມໄດ້ປິດລົງໃນເວລາ 12 ໂມງ 00 ນາທີ ຂອງວັນດຽວກັນ ດ້ວຍຜົນສຳເລັດອັນຈົບງາມ.

ປະເພດຂ່າວ: