ກອງປະຊຸມປືກສາຫາລືຖອດຖອນບົດຮຽນ ວຽກງານທະບຽນສານ ແລະ ວຽກງານການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ຢູ່ແຂວງສະຫວັນນະເຂດ

ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 10/ນຍ, ລົງວັນທີ 1 / ເມສາ / 2016 ວ່າດ້ວຍ ການເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານທະບຽນສານ ແລະ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ພ້ອມທັງເປັນການແລກປ່ຽນຖອນຖອນບົດຮຽນການຈັດຕັ້ງເຄື່ອນໄຫວວຽກງານດັ່ງກ່າວ.

ທີ່ຫ້ອງປະຊຸມ ພະແນກຍຸຕິທຳແຂວງ ສະຫວັນນະເຂດ ໃນຄັ້ງວັນທີ 24 ມັງກອນ 2019, ເວລາ 8 ໂມງ 30 ນາທີ, ໄດ້ຈັດກອງປະຊຸມ ປືກສາຫາລືຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານທະບຽນສານ ແລະ ວຽກງານຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໃນໄລຍະຜ່ານມາ ໂດຍການເປັນປະທານຂອງທ່ານ ອຸໄພວັນ ໄຊຍະວົງ, ຫົວໜ້າພະແນກຍຸຕິທຳແຂວງ ສະຫວັນນະເຂດ ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບດ້ວຍ ຮອງຫົວໜ້າພະແນກ, ຕາງໜ້າສະພາປະຊາຊົນຂັ້ນແຂວງ, ຕາງໜ້າສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ຕາງໜ້າທະນາຄານກາງປະຈຳແຂວງ ສະຫວັນນະເຂດ ພ້ອມດ້ວຍ ຕາງໜ້າສາຂາທະນາຄານປະຈຳແຂວງສະຫວັນນະເຂດ ລວມທັງໝົດ 40 ທ່ານ, ຍິງ 07 ທ່ານ.

 

ໃນກອງປະຊຸມ ທ່ານ ຫົວໜ້າພະແນກຍຸຕິທຳແຂວງ ໄດ້ກ່າວໄຂກອງປະຊຸມ ແລະ ກ່າວຈຸດປະສົງຂອງກອງປະຊຸມ, ທ່ານ ຫົວໜ້າຫ້ອງການທະບຽນສານແຂວງ, ທ່ານ ຫົວໜ້າຫ້ອງການຈັດຕັ້ງປະຕິບັດຄຳຕັດສິນຂອງສານແຂວງ ໄດ້ລາຍງານໂດຍຫຍໍ້ ສະພາບການຈັດຕັ້ງປະຕິບັດວຽກງານ, ບົດຮຽນທີ່ຖອດຖອນໄດ້, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນໄລຍະຜ່ານມາ ໃຫ້ທີ່ປະຊຸມຊາບ, ພາຍຫຼັງຮັບຟັງການລາຍງານແລ້ວ ໃນກອງປະຊຸມກໍໄດ້ມີການປະກອບຄຳຄິດ-ຄຳເຫັນ ພ້ອມທັງສະເໜີວິທີແກ້ໄຂ ດ້ວຍຄວາມເປັນເອກະພາບ ໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໃຫ້ມີຄວາມສະດວກ, ວ່ອງໄວ ແລະ ຖືກຕ້ອງຕາມຫຼັກການ, ລະບຽບ ແລະ ກົດໝາຍ.

 

ປະເພດຂ່າວ: