Submitted by xaiyphimphone on

ໃນຕອນເຊົ້າວັນທີ 30 ພຶດສະພາ 2022 ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ວຽງຈັນ ໄດ້ຈັດກອງປະຊຸມທາບທາມຄຳເຫັນໃສ່ຮ່າງກົດໝາຍ ໂດຍການເປັນປະທານ ຂອງ ທ່ານ ຄຳພັນ ຊະນະໄພ ເລຂາໜ່ວຍພັກ ຫົວໜ້າພະແນກຍຸຕິທໍາແຂວງ ວຽງຈັນ; ມີຄະນະພະແນກ ແລະ ວິຊາການ ຂອງພະແນກຍຸຕິທຳແຂວງ ວຽງຈັນ ທັງໝົດທັງໝົດ 17 ທ່ານ, ຍິງ 6 ທ່ານ.

ຮ່າງກົດໝາຍທີ່ນຳມາທາບທາມປະກອບຄຳເຫັນໃນຄັ້ງນີ້ ມີຈຳນວນ 4 ສະບັບ ຄື: ຮ່າງ ( ກົດໝາຍວ່າດ້ວຍ ຊັບສິນຂອງລັດ, ກົດໝາຍວ່າດ້ວຍ ວິຈິດສິນ, ກົດໝາຍວ່າດ້ວຍ ຄວາມປອດໄພຂອງເຂື່ອນ, ກົດໝາຍວ່າດ້ວຍ ການແກ້ໄຂຄຳຮ້ອງທຸກ ); ໃນກອງປະຊຸມ ຜູ້ເຂົ້າຮ່ວມກອງປະຊຸມໄດ້ເອົາໃຈໃສ່ຄົ້ນຄວ້າ, ປຶກສາຫາລືປະກອບຄຳເຫັນໃສ່ຮ່າງກົດໝາຍ ຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຮ່າງກົດໝາຍແຕ່ລະສະບັບ ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສອດຄ່ອງ ກັບສະພາບຕົວຈິງ.
ຖ່າຍພາບ-ຂຽນຂ່າວ: ນາງຫັດສະດີ ໄຊຍະພົມ
ປະເພດຂ່າວ: