ສຳມະນາກອນກົດໝາຍໄລຍະສັ້ນ 45 ວັນ ສ້າງຂະບວນການກິລາ ທີ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ.

Primary tabs

ໃນຕອນບ່າຍຂອງວັນທີ 13 ພະຈິກ 2020 ທີ່ເດີນກິລາສຸພັດຕາ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ໄດ້ມີການແຂ່ງຂັນກິລາເຕະບານ ມິດຕະພາບຂຶ້ນ ລະຫວ່າງ ສຳມະນາກອນກົດໝາຍໄລຍະສັ້ນ 45 ວັນ ກັບຄະນະຮັບຜິດຊອບຄູ-ອາຈານ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຫຼ້າ ອຸດທະຍອດ ກຳມະການພັກແຂວງ ຫົວໜ້າພະແນກຍຸຕິທຳແຂວງ ບໍ່ແກ້ວ ພ້ອມດ້ວຍນັກສຳມະນາກອນ ຄູ-ອາຈານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ 2020 ( ຄົບຮອບ 45 ປີ ) ທີ່ຈະໝູນວຽນບັນຈົບຄົບຮອບອີກວາລະໜຶ່ງ ກໍຄື ວັນສຳຄັນຕ່າງໆຂອງພັກ, ຂອງຊາດ ໃຫ້ມີບັນຍາກາດອັນເບີກບານມ່ວນຊື່ນ ທັງເປັນການສ້າງຄວາມສາມັກຄີ ຊຶ່ງກັນ ແລະ ກັນ.

ຜົນການແຂ່ງຂັນໃນຄັ້ງນີ້ ແມ່ນທີມຄະນະຮັບຜິດຊອບຄູ-ອາຈານ ສາມາດເອົາຊະນະທີມ ສຳມະນາກອນກົດໝາຍໄລຍະສັ້ນ 45 ວັນ ໄດ້ 9 - 8 ຕະຫຼອດໄລຍະການແຂ່ງຂັນ ແມ່ນເຕັມໄປດ້ວຍຄວາມສາມັກຄີ, ໄມຕີຈິດ, ມິດຕະພາບຄວາມເບີກບານມ່ວນຊື່ນ.

ຂຽນຂ່າ-ຖ່າຍພາບໂດຍ: ພຸດທະຈັກ ວິໄລພອນ