ພະແນກຍຸຕິທຳແຂວງ ບໍ່ແກ້ວ ເຂົ້າຮ່ວມພິທີປູກຕົ້ນໄມ້ແຫ່ງຊາດ

Primary tabs

          ເພື່ອເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄົບຮອບ 98 ປີ (1 ມີຖຸນາ 1924-1 ມີຖຸນາ 2022 ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ (1 ມີຖຸນາ 1980-1 ມີຖຸນາ 2022) ດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2022 ພະແນກຍຸຕິທຳແຂວງ ບໍ່ແກ້ວ ໄດ້ເຂົ້າຮ່ວມພິທີປູກຕົ້ນໄມ້ ຊຶ່ງໄດ້ຈັດຂຶ້ນຢູ່ທີ່ບໍລິເວນລຽບຕາມທາງແຄມຂອງ ແລະ ສວນສາທາລະນະໜອງຖານແຂວງ ບໍ່ແກ້ວ ນຳພາໂດຍທ່ານ ຄໍາຫຼ້າ ອຸດທະຍອດ ກຳມະການພັກແຂວງ, ຫົວໜ້າພະແນກຍຸຕິທໍາແຂວງ ບໍ່ແກ້ວ, ມີບັນດາຄະນະພະແນກ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ພ້ອມດ້ວຍພະນັກງານ-ລັດຖະກອນເຂົ້າຮ່ວມ.
อาจเป็นรูปภาพของ 6 คน, ผู้คนกำลังยืน และ แหล่งน้ำ
          ຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ປະກອບມີຕົ້ນໄມ້ໃຫ້ໝາກ ແລະ ຕົ້ນໄມ້ປູກເພື່ອປະດັບປະດາລຽບຕາມທາງແຄມຂອງ ຫາ ຈຸດສ່ວນສາທາລະນະໜອງຖານ ນອກຈາກປະດັບປະດາຕາມແຄມທາງໃຫ້ມີຄວາມສວຍສົດງົດງາມແລ້ວ, ຍັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດຕາມຄາດໝາຍດ້ານສິ່ງແວດລ້ອມ ແລະ ຍຸດທະສາດປ່າໄມ້ ປີ 2022 ເພື່ອປົກປັກຮັກສາຊັບພະຍາກອນທໍາມະຊາດ, ສິ່ງແວດລ້ອມ ແລະ ການນໍາໃຊ້ປ່າໄມ້ຢ່າງມີປະສິດທິພາບຕາມທິດສີຂຽວ ແລະ ຍືນຍົງ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ ຊ່ວຍກັນປູກ, ຊ່ວຍກັນຮັກສາ ແລະ ຟື້ນຟູປ່າໄມ້ ໃຫ້ອຸດົມສົມບູນໃນວັນນີ້ ຊີວິດຈະສົດໃສດີໃນວັນໜ້າ.
ພາບ-ຂ່າວ: ພຸດທະຈັກ