Submitted by xaiyphimphone on

ໃນວັນທີ 30 ພຶດສະພາ 2022 ຢູ່ບ້ານ ສິນໄຊ ພະແນກຍຸຕິທໍາແຂວງ ໄດ້ລົງໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນພາຍໃນບ້ານ ສິນໄຊ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ ໂດຍເປັນປະທານຂອງທ່ານ ບົວພັນ ຈັນທະວິລຸນ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີ ທ່ານ ສິນທະຫວິນ ດວງອຸດົມ ເລຂາພັກບ້ານ, ນາຍບ້ານ, ອົງການຈັດຕັ້ງຂັ້ນບ້ານ ແລະ ປະຊາຊົນພາຍໃນບ້ານເຂົ້າຮ່ວມຮັບຟັງ 34 ທ່ານ ຍິງ 24 ທ່ານ.

ໂດຍປະຕິບັດຕາມຄຳສັ່ງແນະນໍຳຂອງທ່ານເຈົ້າແຂວງ ສະບັບເລກທີ 22 /ຂບຊ, ລົງວັນທີ 21 ຕຸລາ 2021 ວ່າດ້ວຍການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສະກັ້ດກັ້ນ-ແກ້ໄຂບັນຫາຢາເສບຕິດ ຢູ່ແຂວງ ບໍລິຄຳໄຊ, ທ່ານ ບຸນເລີດ ລັດທະພອນ ຫົວໜ້າຂະແໜງໂຄສະນາເຜີຍແຜ່ກົດໝາຍໄດ້ກ່ວາຈຸດປະສົງໃນການລົງເຜີຍແຜ່ຄັ້ງນີ້ ພ້ອມທັງໃຫ້ກຽດເຜີຍແຜ່ກົດໝາຍວ່າດ້ວຍຢາເສບຕິດ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ທີ່ມີຜົນສັກສິດ ແລະ ປະກາດໃຊ້ໃນແຕ່ໄລຍະ. ນອກຈາກນີ້ຍັງມີປະມວນກົດໝາຍແພ່ງ ກ່ຽວພັນກັບສາຍພົວພັນຄອບຄົວ ແລະ ປະມວນກົດໝາຍອາຍາຕື່ມອີກ.
ຂຽນຂ່າວ ແລະ ຖ່າຍພາບ: ບົ່ງຊົງລາ ວາງ
ປະເພດຂ່າວ: