ພະແນກຍຸຕິທໍາ ແຂວງ ຈໍາປະສັກ ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ບັນດາເມືອງ

ໃນລະຫວ່າງ ວັນທີ 10 - 13 ທັນວາ 2019 ຜ່ານມານີ້ທ່ານ ບົວສອນ ວົງຫາຈັກ ຮັກສາການ ຫົວໜ້າພະແນກຍຸຕິທໍາ ແຂວງ ຈຳປາສັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຂອງຂະແໜງຍຸຕິທຳ ຢູ່ບັນດາເມືອງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ.
ຈຸດປະສົງ ເພື່ອລົງຕິດຕາມຊຸກຍູ້ວຽກງານຮອບດ້ານຂອງຂະແໜງຍຸຕິທໍາຢູ່ 9 ເມືອງ ແລະ 1 ນະຄອນ, ກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຈາກຫົວໜ້າຫ້ອງການຍຸຕິທຳບັນດາເມືອງ, ນະຄອນ ເປັນຕົ້ນ ແມ່ນວຽກງານຄຸ້ມຄອງການຈັດຕັ້ງປະຕິບັດຄຳຕັດສີນຂອງສານ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານສົ່ງເສີມລະບົບຍຸຕິທຳ, ວຽກງານທະບຽນສານ ແລະ ວຽກງານອື່ນໆ ຜ່ານການລາຍງານເຫັນວ່າມີທັງ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ປະຕິບັດ ແລະ ແກ້ໄຂໃນຕໍ່ໜ້າ

ໃນຕອນທ້າຍ ທ່ານຮັກສາການ ຫົວໜ້າພະແນກຍຸຕິທໍາແຂວງ ຈໍາປາສັກ ກໍໄດ້ມີຄໍາເຫັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງບັນດາເມືອງ, ນະຄອນ ຊຶ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຫ້ອງການຍຸຕິທໍາບັນດາເມືອງ, ນະຄອນ ຍາດມາໄດ້ຕະຫຼອດໃນໄລຍະ 1 ປີຜ່ານມາ. ພ້ອມທັງເນັ້ນໜັກໃຫ້ບັນດາເມືອງ, ນະຄອນ ຈົ່ງສືບຕໍ່ເສີມຂະຫຍາຍຈຸດດີ, ແກ້ໄຂດ້ານອ່ອນ ແລະ ຂໍ້ຄົງຄ້າງຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອເຮັດໃຫ້ວຽກງານມີປະສິດທິຜົນສູງຂຶ້ນກວ່າເກົ່າ.

ຖ່າຍພາບ ແລະ ຂຽນຂ່າວ: ລັດສະໝີ ພົມມະຈັນ