ຫ້ອງການຍຸຕິທຳເມືອງ ນາຊາຍທອງຈັດພິທີປິດການຮຽນ-ສອນກົດໝາຍຊັ້ນຕົ້ນ ຊຸດທີ VII ປະຈໍາປີ 2018

ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ 2018 ທີ່​ຜ່ານ​ມາ ຢູ່ສະໂມສອນ ເມືອງ ນາຊາຍທອງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ນາຊາຍທອງ, ມີບັນດາຄະນະພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາພັກບ້ານ, ນາຍບ້ານ, ຄະນະຮັບຜິດຊອບ, ຄູອາຈານ, ແຂກຖືກເຊີນ ຕະຫຼອດຮອດນັກສໍາມະນາກອນເຂົ້າຮ່ວມຢ່າງພ້ອມພຽງ.

      ໃນພິທີ​ໄດ້ຮັບຟັງການລາຍງານສະພາບການຮຽນ-ການສອນກົດໝາຍຊັ້ນຕົ້ນໄລຍະ 3 ເດືອນ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານ​ອ່ອນ ແລະ ຂໍ້ຫຍຸ້ງຍາກໃນ​ການ​ຮຽນ-ການ​ສອນ​ກົດໝາຍຊັ້ນ​ຕົ້ນ​ໃນ​ໄລຍະ​ຜ່ານ​ມາ. ຊຶ່ງ​​ມີນັກສໍາມະນາກອນສຳ​ເລັ​ດການຮຽນກົດໝາຍຊັ້ນ​ຕົ້ນຊຸດທີ VII ປະຈຳປີ 2018 ທັງໝົດຈຳນວນ  31 ທ່ານ, ຍິງ12 ທ່ານ.

     ຕອນທ້າຍຂອງພິທີ ທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ, ຮອງເຈົ້າເມືອງ ນາຊາຍທອງ ກໍໄດ້ໃຫ້ກຽດມອບ​​ໃບ​ຢັ້ງຢືນໃຫ້ນັກສຳມະນາກອນ ​ແລະ ​ໃບ​ຍ້ອງຍໍ​ໃຫ້​ຄູ-ອາຈານ ພ້ອມນັ້ນ ທ່ານຍັງໄດ້​ໂອ້​ລົມຕໍ່ຜູ້​ສຳ​ເລັດ​ການ​ຮຽນກົດໝາຍຊັ້ນ​ຕົ້ນໃນ​ຄັ້ງ​ນີ້​ຈົ່ງ​ພ້ອມ​ກັນ​ນຳ​ເອົາ​ຄວາມ​ຮູ້, ຄວາມ​ສາມາດ​ທີ່​ໄດ້​ຮຽນມາ​ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກງານ ເພື່ອ​ໃຫ້​ເກີດ​ຜົນ​ປະ​ໂຫຍ​ດສູງ​ສຸດ​ແກ່​ສັງຄົມ.

       

        ຂຽນຂ່າວ: ປາວີຄໍາ ເພັດທະລາກຸນ;   ພາບ: ສຸກສາຄອນ ຈັນທະວຸດ