ໂຮງພິມນະຄອນຫຼວງ ຊຸກຍູ້ເຄື່ອງກິລາໃຫ້ແກ່ກົມໂຄສະນາເຜີຍແຜ່ກົດໝາຍ

Primary tabs

ໃນຕອນເຊົ້າ ຂອງວັນທີ 17 ທັນວາ 2020 ຜ່ານມາ ທີ່ກົມໂຄສະນາເຜີຍແຜ່ກົດໝາຍ, ໂຮງພິມນະຄອນຫຼວງວຽງຈັນ ໄດ້ມອບເຄື່ອງກິລາ ຈຳນວນ 33 ຊຸດ ແລະ ອຸປະກອນກິລາຈຳນວນໜຶ່ງ ມູນຄ່າ 1,890,000 ກີບ (ໜຶ່ງລ້ານແປດແສນເກົ້າສິບພັນກີບ) ໃຫ້ແກ່ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ຕາງໜ້າມອບໂດຍ ທ່ານ ສົມສັກ ວິໄລວອນ ຮອງຜູ້ອຳນວນການໂຮງພິມນະຄອນ ຫຼວງ ກ່າວຮັບໂດຍທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ມີພະນັກງານທັງສອງຝ່າຍຮ່ວມເປັນສັກຂີພະຍານ.

ໂຮງພິມນະຄອນຫຼວງ ແມ່ນໂຮງພິມໜຶ່ງທີ່ມີມາດຕະຖານໃນການພິມ ແລະ ໄດ້ເປັນຄູ່ຮ່ວມສັນຍາກັບກະຊວງຍຸຕິທໍາມາຫຼາຍປີກ່ຽວກັບການຈັດພິມ ເຊັ່ນ ພິມວາລະສານ ກົດໝາຍ ແລະ ຍຸຕິທໍາ, ປະຕິທິນ, ກົດໝາຍ ແລະ ອື່ນໆ. ສະນັ້ນ, ການມອບເຄື່ອງກິລາໃນຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ກົມໂຄສະນາເຜີຍແຜ່ກົດໝາຍ ໃນການເຂົ້າຮ່ວມຂະບວນການແຂ່ງຂັນກິລາບານເຕະ ເພື່ອສະເຫຼີມສະຫຼອງຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາ ໃຫ້ມີບັນຍາກາດ ແລະ ຂະບວນການທີ່ຟົດຟື້ນ

ໃນໂອກາດດັ່ງກ່າວທ່ານ ບຸນລ້ອມ ດວງມາລາ ຮອງຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ກໍໄດ້ສະແດງຂອບໃຈ ແລະ ອວຍພອນໄຊ ອັນປະເສີດ ໃຫ້ທ່ານ ສົມສັກ ວິໄລວອນ ກໍຄື ທ່ານ ຜູ້ອໍານວຍການ ໂຮງພິມນະຄອນຫຼວງພ້ອມດ້ວຍພະນັກງານທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດໃນການດຳເນີນທຸລະກິດ ພ້ອມສັນຍາວ່າຈະນຳເອົາເຄື່ອງກິລາທີ່ໄດ້ຮັບການຊຸກຍູ້ໃນຄັ້ງນີ້ ໄປນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

ຂ່າວ-ຖ່າຍພາບ : ອ່ອນຄຳ