ພິທີມອບ-ຮັບປື້ມປະມວນກົດໝາຍອາຍາ ທີ່ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ

ໃນຕອນບ່າຍຂອງວັນທີ 22 ພຶດສະພາ 2019 ທີ່ ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທໍາ ໄດ້ຈັດມີພິທີມອບ-ຮັບປື້ມປະມວນກົດໝາຍອາຍາຂຶ້ນ ຢູ່ຫ້ອງເຮັດວຽກ ຂອງທ່ານ ພູທອນ ແກ້ວດວງມະນີ. ຜູ້ເຂົ້າຮ່ວມມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການກົມໂຄສະນາເຜີຍແຜ່ກົດໝາຍ ແລະ ຜູ້ຕາງໜ້າບໍລິສັດ ພູສີກຼຸບ. 
ຈຸດປະສົງໃນການມອບປື້ມໃນຄັ້ງນີ້ເພື່ອນຳໃຊ້ເປັນບ່ອນອີງ ແລະ ປະກອບສ່ວນເຂົ້າໃນການຄົ້ນຄວ້າ, ສຶກສາ ແລະ ໂຄສະນາເຜີຍແຜ່ກົດໝາຍ ໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈກົດໝາຍ, ລະບຽບການຕ່າງໆຢ່າງລະອຽດຈະແຈ້ງ ແລະ ເລິກເຊິ່ງຂຶ້ນ. ກ່າວມອບໂດຍທ່ານ ສີທາ ພົມມະຈິດ ຮອງຜູ້ອໍານວຍການ ບໍລິສັດ ພູສີກຼຸບ ແລະ ກ່າວຮັບໂດຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ. ຈໍານວນປື້ມທີ່ມອບ-ຮັບ ໃນຄັ້ງນີ້ແມ່ນ 1.100 ຫົວ.
ໃນຕອນທ້າຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ ກໍໄດ້ກ່າວຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງຕໍ່ບໍລິສັດ ພູສີກຼຸບ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ຫວັງຢ່າງຍິ່ງວ່າ ໃນໂອກາດໜ້າຄົງຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.

ຂ່າວ-ພາບ: ຂົນ ບຸນທິສານ