ສະພາທະນາຍຄວາມ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຂອງຕົນ

Primary tabs

ໃນວັນທີ 20 ພະຈິກ 2020 ສະພາທະນາຍຄວາມລາວ ໄດ້ສ້າງຂະບວນການແຂ່ງຂັນກິລາເປຕັ້ງ ຂຶ້ນຢູ່ທີ່ສະໜາມກິລາໃນຮົ່ມກົມໃຫຍ່ພາລາທິການກອງທັບ. ໂດຍມີ ທ່ານ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ, ກະຊວງຍຸຕິທຳ; ທ່ານ ສຸລິຍາ ສີດາວົງ ກຳມະການຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ; ທ່ານ ຄຳໃສ ສຸລິນທອງ ເລຂາໜ່ວຍພັກ, ປະທານສະພາທະນາຍຄວາມລາວ, ທ່ານ ວໍລັດສະໝີ ສຸລິປະພັນ ຮອງເລຂາໜ່ວຍພັກສະພາທະນາຍຄວາມລາວ ເຂົ້າຮ່ວມ.

ຈຸດປະສົງການແຂ່ງຂັນກິລາເປຕັ້ງໃນຄັ້ງນີ້ ເພື່ອເປັນການສ້າງຂະບວນການຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 45 ປີ ທີ່ໃກ້ຈະໝູນວຽນມາເຖິງນີ້ ແລະ ເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ທະນາຍຄວາມທົ່ວປະເທດ ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້. ການແຂ່ງຂັນກິລາເປຕັ້ງໃນຄັ້ງນີ້ ປະກອບມີ 16 ທີມທີ່ເປັນຕົວແທນຈາກ ກະຊວງຍຸຕິທຳ, ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ພະແນກຍຸຕິທຳນະຄອນຫຼວງວຽງຈັນ, ສານປະຊາຊົນນະຄອນຫຼວງວຽງຈັນ ແລະ ຫ້ອງການສະພາທະນາຍຄວາມ ທີ່ປະຈຳຢູ່ 9 ຕົວເມືອງທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດອັນເບິກບານມ່ວນຊື່ນ ຊຶ່ງຜົນການແຂ່ງຂັນ ແມ່ນ ສານປະຊາຊົນສູງສຸດ ສາມາດຍາດໄດ້ລາງວັນ ຊະນະເລີດ, ຮອງຊະນະເລີດອັນດັບ 1 ໄດ້ແກ່ ອົງການໄອຍະການປະຊາຊົນສູງສຸດ, ຮອງຊະນະເລີດອັນດັບ 2 ໄດ້ແກ່ ຫ້ອງການກະຊວງຍຸຕິທຳ.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ