ກອງປະຊຸມທາບທາມຄຳເຫັນ ກ່ຽວກັບການປັບປຸງກົດໝາຍວ່າດ້ວຍ ການຈັດຕັ້ງປະຕິບັດຄຳຕັດສີນຂອງສານ

     ​ເພື່ອ​ເຮັດ​ໃຫ້​ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ ​ໄດ້​ຮັບ​ການ​ປັບປຸງໃຫ້ ​ແທດ​ເໝາະກັບ​ສະພາບ​ຕົວ​ຈິງຂອງ​ສັງຄົມ​ ໃນ​ແຕ່ລະ​ລະຍະ ​ໃນ​ວັນ​ທີ່ 28 ມິຖຸນາ 2017 ທີ່​ກະຊວງ​ຍຸຕິ​ທຳ ​ໄດ້​ຈັດ​ກອງ​ປະຊຸມ​ທາ​ບທາມ​ຄຳ​ເຫັນ​ກ່ຽວກັບ​ການປັບປຸງກົດໝາຍວ່າ​ດ້ວຍ​ ການຈັດ​ຕັ້ງ​ປະຕິບັດຄຳ​ຕັດ​ສີນ​ຂອງ​ສານຂື້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ ​ທ່ານ ​ໄພ​ວີ ສີ​ບົວ​ລິ​ພາ ຮອງ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ, ມີ​ຫົວໜ້າ, ຮອງ​ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ, ຫົວໜ້າຫ້ອງການ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​​ນະຄອນຫຼວງວຽງຈັນ, ​ແຂວງ​ວຽງຈັນ ​ແລະ ​ແຂວງ​ບໍລິ​ຄຳ​ໄຊ ຕະຫຼອດຮອດ​ພະນັກງານ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

     ​ໃນ​ກອງ​ປະຊຸມ ​ທ່ານ ກອງ​ສີ ສາຍ​ສຸດທາ ຫົວໜ້າກົມ​ຄຸ້ມ​ຄອງ​ການຈັດ​ຕັ້ງປະຕິບັດຄຳ​ຕັດ​ສີນ​ຂອງ​ສານ ​ໄດ້​ຂື້ນ​ລາຍ​ງານ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ກົດໝາຍວ່າ​ດ້ວຍ​ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃນ​ລະຍະ​ຜ່ານ​ມາ ຊື່​ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ຂໍ້​ສະ​ດວກ ​ແລະ ຂໍ້​ຫຍຸ້ງຍາກ​ໃນ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍສະບັບ​ດັ່ງກ່າວ, ຫຼັງຈາກ​ນັ້ນ​ ຜູ້​ເຂົ້າ​ຮ່ວມ​ກໍ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ກົງ​ໄປ​ກົງ​ມາ ​ໂດຍ​ສະ​ເພາະ ​ແມ່ນ​ລົງ​ເລິກສະພາບ ການຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ຢູ່ໃນ​ທ້ອງ​ຖິ່ນ​ຂອງ​ຕົນ.

     ​ຈຸດປະສົງ​ຂອງ​ການ​ທາ​ບທາມ​ຄຳ​ເຫັນ​ ກ່ຽວກັບ​ການປັບປຸງ​ກົດໝາຍວ່າ​ດ້ວຍ​ ການຈັດ​ຕັ້ງ​ປະຕິບັດ​ຄຳ​ຕັດ​ສີນ​ຂອງ​ສານ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ເຮັດ​ໃຫ້ອົງການ​ຈັດ​ຕັ້ງ​​ແຕ່ລະ​ຂັ້ນ​ທີ່​ກ່ຽວຂ້ອງສາມາດ​ຮັບປະກັນ​ການຈັດ​ຕັ້ງ​ປະ ຕິບັດ​ຢ່າງ​ຖືກຕ້ອງ​, ​​ເພື່ອ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບຸກຄົນ, ນິຕິບຸກຄົນ ຫຼື ອົງການ​ຈັດ​ຕັ້ງ​ທີ່​ຖືກ​ລະ​ເມີດ ປົກ​ປັກ​ຮັກສາ​ຄວາມ​ສະຫງົບ ​ແລະ ຄວາມ​ເປັນ​ລະບຽບຮຽບຮ້ອຍຢູ່​ໃນ​ສັງຄົມ.

 ຂຽນຂ່າວ ອ່ອນ​ຄຳ ​ໄຊ​ຍະ​ວົງ, ຖ່າຍພາບໂດຍ: ສຸກ​ສາຄອນ

ນັກຂ່າວ ກົມໂຄສະນາເຜີຍແຜ່ກົດໝາຍ

ປະເພດຂ່າວ: