ພິທີປິດການແຂ່ງຂັນກິລາຊີງຂັນຄະນະບໍລິຫານງານພັກກະຊວງຍຸຕິທຳ

ຄະນະບໍລິຫານງານຊາວໝຸ່ມ ກະຊວງຍຸຕິທຳ ພ້ອມດ້ວຍໜ່ວຍຮາກຖານຊາວໝຸ່ມ ທີ່ຂຶ້ນກັບກະຊວງຍຸຕິທຳ ໄດ້ຈັດພິທີປິດການແຂ່ງຂັນກິລາ ຊີງຂັນຄະນະບໍລິຫານງານພັກກະຊວງຂຶ້ນ ໃນຕອນບ່າຍຂອງວັນທີ 5 ເມສາ 2019. ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ປອ ເສີມສຸກ ສິມພະວົງ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຕາງໜ້າຈາກສະພາທະນາຍຄວາມ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານ-ລັດຖະກອນພາຍໃນກະຊວງຍຸຕິທໍາເຂົ້າຮ່ວມຢ່າງພ້ອມພຽງ.
ຂະບວນການແຂ່ງຂັນກິລາໃນຄັ້ງນີ້ ແມ່ນໄດ້ເລີ່ມແຕ່ ວັນທີ 21 ມີນາ 2019 ເປັນຕົ້ນມາ ຈຸດປະສົງ ເພື່ອເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019), ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955-14 ເມສາ 2019) ແລະ ເປັນການຕ້ອນຮັບກອງປະຊຸມໃຫຍ່ ຂອງໜ່ວຍຮາກຖານຊາວໜຸ່ມ ທີ່ຂຶ້ນກັບກະຊວງຍຸຕິທຳ ໃຫ້ມີຄວາມໝາຍ, ຄວາມສໍາຄັນທາງດ້ານເນື້ອໃນ ແລະ ຮູບການ. 

ໃນພິທີ ທ່ານ ຄຳເສີດ ວິລະພັນ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ກະຊວງຍຸຕິທໍາ ກໍໄດ້ລາຍງານສະພາບກ່ຽວກັບການແຂ່ງຂັນກິລາ ຊຶ່ງທ່ານໄດ້ລາຍງານໃຫ້ຊາບວ່າ ການແຂ່ງຂັນກິລາຄັ້ງນີ້ ແມ່ນໄດ້ດໍາເນີນແຕ່ວັນທີ 21 ມີນາ 2019 ເປັນຕົ້ນມາ ປະກອບມີ 3 ປະເພດກິລາ ຄື: ບານເຕະຊາຍ ແລະ ບານເຕະຍິງ, ເປຕັ້ງປະສົມຊາຍ-ຍິງ, ກິລາມວນຊົນ. ບານເຕະຊາຍ ລວມທັງໝົດ 12 ທີມ ມາຈາກບັນດາກົມພາຍໃນກະຊວງ, ສະຖາບັນຍຸຕິທໍາແຫ່ງຊາດ ແລະ ສະພາທະນາຍຄວາມ ແຫ່ງ ສປປ ລາວ, ບານເຕະຍິງ ແບ່ງອອກເປັນ 2 ທີມ ຄື: ທີມບັນດາກົມພາຍໃນກະຊວງ ພົບກັບ ທີມຈາກສະຖາບັນຍຸຕິທໍາແຫ່ງຊາດ, ເປຕັ້ງ ຊາຍ-ຍິງ ລວມມີ 12 ທີມ, ກິລາມວນຊົນ 12 ທີມ. ສໍາລັບກະຕິກາການແຂ່ງຂັນ ໃນຮອບຄັດເລືອກແມ່ນແຂ່ງຂັນຄັ້ງດຽວ ທີມໃດເສຍແມ່ນຕົກຮອບໄປເລີຍ, ສ່ວນທີມຊະນະແມ່ນເຂົ້າຮອບຕໍ່ໄປ ແລະ ໄດ້ຄັດເລືອກເອົາທີມຊະນະພຽງແຕ່ 3 ທີມ ຄື: ອັນດັບທີ 1, 2 ແລະ 3 ເພື່ອຮັບຂັນລາງວັນ. ຜ່ານການຈັດການແຂ່ງຂັນກິລາແຕ່ລະປະເພດສາມາດສະຫຼຸບຕີລາຄາໄດ້ ດັ່ງນີ້:

1.ດ້ານດີ: 
- ຍ້ອນໄດ້ຮັບການເອົາໃຈໃສ່ຈາກຄະນະພັກ-ຄະນະນຳ ຂອງກະຊວງຍຸຕິທໍາ ຢ່າງໃກ້ຊິດ ຈຶ່ງເຮັດໃຫ້ຂະບວນການການແຂ່ງຂັນກິລາຄັ້ງນີ້ດໍາເນີນໄປດ້ວຍດີ ແລະ ປະສົບຜົນສຳເລັດ;
- ຄະນະຮັບຜິດຊອບ ແລະ ກຳມະການຕັດສີນ ແຕ່ລະທ່ານໄດ້ເອົາໃຈໃສ່ກະກຽມຈັດການແຂ່ງຂັນ ແລະ ເຂົ້າຮ່ວມໃນຂະບວນການແຕ່ຕົ້ນຈົນຈົບ;
- ມີການປຶກສາຫາລື, ປະສານງານ ແລະ ຮ່ວມກັນ ໃນການກຳນົດ ແລະ ປະຕິບັດຕາມແຜນການ;
- ແຕ່ລະໜ່ວຍພັກໄດ້ເອົາໃຈໃສ່ຊີ້ນຳ, ນຳພາ ແລະ ເຂົ້າຮ່ວມການແຂ່ງຂັນ ຢ່າງເປັນຂະບວນຟົດຟື້ນ ພ້ອມທັງໃຫ້ການສະໜັບສະໜູນໃນການແຂ່ງຂັນກິລາໃນຄັ້ງນີ້.
2. ຂໍ້ຄົງຄ້າງ:
- ການແຂ່ງຂັນກິລາ ແມ່ນຈັດຂຶ້ນໃນໄລຍະທີ່ພະນັກງານ-ລັດຖະກອນ ຈໍານວນໜຶ່ງລົງເຄື່ອນໄຫວວຽກງານຍຸຕິທຳຮາກຖານ ຢູ່ບັນດາແຂວງ ເຮັດໃຫ້ບາງກົມຂາດນັກກິລາ.
ສຳລັບຜົນຂອງການແຂ່ງຂັນກິລາແຕ່ລະປະເພດສະຫຼຸບໄດ້ ດັ່ງນີ້:
1) ບານເຕະຊາຍ: 
- ຊະນະເລີດ: ໄດ້ແກ່ ກົມກວດກາ ແລະ ປະເມີນຜົນນິຕິກຳ; 
- ຮອງຊະນະເລີຍ: ໄດ້ແກ່ ສະພາທະນາຍຄວາມ ແຫ່ງ ສປປ ລາວ;
- ອັນດັບ 3: ໄດ້ແກ່ ກົມຈັດຕັ້ງ ແລະ ພະນັກງານ. 
2) ບານເຕະຍິງ.
- ຊະນະເລີດ: ໄດ້ແກ່ ສະຖາບັນຍຸຕິທຳແຫ່ງຊາດ;
- ຮອງຊະນະເລີດ: ໄດ້ແກ່ ທີມກະຊວງ.
3) ກິລາເປຕັ້ງ.
- ຊະນະເລີດ: ໄດ້ແກ່ ກົມທະບຽນສານ;
- ຮອງຊະນະເລີດ: ໄດ້ແກ່ ກົມຈັດຕັ້ງ ແລະ ພະນັກງານ;
- ອັນດັບທີ 3: ກົມກວດກາ ແລະ ປະເມີນຜົນນິຕິກຳ.
3) ກິລາມວນຊົນ.
- ຊະນະເລີຍ: ໄດ້ແກ່ ສະພາທະນາຍຄວາມ ແຫ່ງ ສປປ ລາວ;
- ຮອງຊະນະເລີດ: ໄດ້ແກ່ ກົມໂຄສະນາເຜີຍແຜ່ກົດໝາຍ;
- ອັນດັບທີ 3: ໄດ້ແກ່ ກົມຈັດຕັ້ງປະຕິບັດຄໍາຕັດສີນຂອງສານ.

ຂຽນຂ່າວ-ຖ່າຍພາບ: ບຸນຖອມ ພະສະແຫວງ