ກະຊວງຍຸຕິທຳ ເພີ່ມມາດຕະການເຂັ້ມງວດປ້ອງກັນ COVID-19

ໂດຍປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ, ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍ ການສືບຕໍ່ປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020 ແລະ ແຈ້ງການຂອງຫ້ອງການກະຊວງຍຸຕິທຳ ສະບັບເລກທີ 519/ກຍ.ຫກ ລົງວັນທີ 4 ພຶດສະພາ 2020 ວ່າດ້ວຍ ການປະຈຳການຂອງພະນັກງານ-ລັດຖະກອນ ກະຊວງຍຸຕິທຳ ແຕ່ວັນທີ 4-17 ພຶດສະພາ 2020. ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳໄດ້ຮັບມອບໝາຍຈາກຄະນະພັກ-ຄະນະນຳກະຊວງຍຸຕິທຳ ໃຫ້ຈັດຕັ້ງກວດກາການເຂົ້າ-ອອກຂອງພະນັກງານ-ລັດຖະກອນທີ່ມາປະຈຳການ ແລະ ແຂກທີ່ເຂົ້າມາພົວພັນວຽກງານຢູ່ກະຊວງຍຸຕິທຳ.

ສະນັ້ນ, ຄະນະບໍລິຫານງານຊາວໜຸ່ມກະຊວງຍຸຕິທຳ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 55/ກຍ.ຄຊປປລ, ລົງວັນ 4 ພຶດສະພາ 2020 ເຖິງບັນດາໜ່ວຍຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງຍຸຕິທຳ ຄັດເລືອກສະມາຊິກຊາວໜຸ່ມຂອງຕົນ ປະຈຳການຢູ່ປະຕູທາງເຂົ້າ-ອອກ ກະຊວງຍຸຕິທຳ ເພື່ອກວດກາວັດແທກອຸນຫະພູມຂອງພະນັກງານ-ລັດຖະກອນ ແລະ ແຂກທີ່ມາພົວພັນວຽກງານຂອງແຕ່ລະມື້. ໃນກໍລະນີກວດພົບບຸກຄົນຜູ້ໃດຫາກມີອຸນຫະພູມຮ່າງກາຍ ສູງກວ່າ 37, 5 ອົງສາຂຶ້ນໄປ ຈະໄດ້ເຮັດບົດບັນທຶກ ຊື່ ແລະ ນາມສະກຸນ, ບ່ອນປະຈຳການລະອຽດ ແລະ ບໍ່ອະນຸຍາດໃຫ້ຜ່ານເຂົ້າໄປໃນສຳນັກງານກະຊວງຍຸຕິທຳເດັດຂາດ ແລະ ຈະໄດ້ໂທປຶກສາສາຍດ່ວນ 165 ຫຼື 166 ແລະ ແນະນຳໃຫ້ຜູ້ກ່ຽວປະຕິບັດຕາມຄຳແນະນຳຂອງສານດ່ວນຢ່າງເຄັ່ງຄັດ.
ມາດຕະການກວດການີ້ ແມ່ນເລີ່ມປະຕິບັດແຕ່ວັນທີ 5-17 ພຶດສະພາ 2020.

ຂຽນຂ່າວ-ຖ່າຍພາບ: ຊາຍພິມພອນ ສີຣິວົງໄຊ