ກະຊວງຍຸຕິທຳ ຈັດພິທີປູກຕົ້ນໄມ້ ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2020

Primary tabs

ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2020 ຢູ່ທີ່ກະຊວງຍຸຕິທຳ ໄດ້ຈັດພິທີປູກຕົ້ນໄມ້ຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມນຳພາຂອງ ທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງຍຸຕິທຳ; ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ບັນດາຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຄຳພອນ ສີປະເສີດ ຫົວໜ້າຫ້ອງການກ່າວວ່າ: ຈຸດປະສົງຂອງການຈັດພິທີໃນຄັ້ງນີ້ ເພື່ອເປັນການສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທຳ ໃຫ້ເປັນຂະບວນຟົດຟື້ນ. ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ມີ ໄມ່ດູ່ ຈຳນວນ 21 ຕົ້ນ; ນອກນັ້ນ, ຍັງມີຕົ້ນໄມ້ກິນໝາກ ອີກຈຳນວນໜຶ່ງ ທີ່ພະນັກງານ-ລັດຖະກອນ ຂອງກະຊວງຍຸຕິທຳ ນຳມາປູກເອງ ທັງໝົດນີ້ ກໍເພື່ອສ້າງໃຫ້ກະຊວງຍຸຕິທຳ ເປັນກະຊວງທີ່ມີພື້ນທີ່ສີຂຽວ ສ້າງຄວາມຮົ່ມເຢັນ. ຫຼັງຈາກນັ້ນ, ກໍໄດ້ມີການອອກແຮງງານເພື່ອຂຸດສວນປູກດອກໄມ້ຢູ່ທີ່ໜ້າກະຊວງ ເພື່ອເປັນການປະດັບທາງເຂົ້າກະຊວງໃຫ້ມີຄວາມສວຍງາມຕື່ມອີກ.

ຂ່າວ-ພາບ ໂດຍ: ຊາຍພິມພອນ ສີຣິວົງໄຊ