ຄະນະພັກ-ຄະນະນຳ ກະຊວງຍຸຕິທຳລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່

     ໃນວັນທີ 20 ມັງກອນ 2017 ທີ່ຜ່ານມາ ຄະນະພັກ-ຄະນະນຳກະຊວງຍຸຕິທຳ ໄດ້ລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ ຕັ້ງຢູ່ບ້ານໂນນສະອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ນຳໂດຍທ່ານ ໄຊສີ ສັນຕິວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງຍຸຕິທຳ ມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ກະຊວງຍຸຕິທຳ ແລະ ຜູ້ອຳນວຍການ ພ້ອມດ້ວຍວິຊາການ ລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ເຂົ້າຮ່ວມ.

     ໃນການລົງຊຸກຍູ້ວຽກງານກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ໃນຄັ້ງນີ້ ທ່ານລັດຖະມົນຕີພ້ອມດ້ວຍຄະນະ ກໍໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງການກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ ຊຶ່ງໄດ້ເລີ່ມກໍ່ສ້າງໃນກາງເດືອນ ສິງຫາ ປີ 2013 ເປັນຕົ້ນມາ ແລະ ມາຮອດປັດຈຸບັນສາມາດສ້າງໄດ້ ເກົ້າສິບກວ່າສ່ວນຮ້ອຍ.

     ຫຼັງຈາກນັ້ນ ທ່ານລັດຖະມົນຕີກະຊວງຍຸຕິທຳ ກໍໄດ້ກ່າວມີຄຳເຫັນ ກ່ອນອື່ນທ່ານກໍໄດ້ຍ້ອງຍໍລັດວິສາຫະກິດກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ທີ່ໄດ້ກໍ່ສ້າງຕຶກກະຊວງຍຸຕິທຳຫຼັງໃໝ່ທີ່ໃກ້ຈະສຳເລັດແລ້ວ ພ້ອມກັນນັ້ນ ທ່ານກໍໄດ້ໃຫ້ທິດຊີ້ນຳ ແລະ ຊຸກຍູ້ການກໍ່ສ້າງເສັ້ນທາງເຂົ້າ, ເດີ່ນຈອດລົດ, ກຳແພງຂອງກະຊວງ, ຫໍພັກຕຳຫຼວດ ແລະ ປ້ອມຍາມ ຊຶ່ງທ່ານໄດ້ເນັ້ນວ່າ ຈະຕ້ອງໄດ້ມີການປຶກສາຫາລື ແລະ ປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ, ອົງການກວດສອບແຫ່ງລັດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຂຶ້ນແຜນງົບປະມານກໍ່ສ້າງເສັ້ນທາງເຂົ້າ, ເດີ່ນຈອດລົດ , ກຳແພງຂອງກະຊວງ, ຫໍພັກຕຳຫຼວດ ແລະ ປ້ອມຍາມ ໃຫ້ສຳເລັດອີກດ້ວຍ.

ຂ່າວ: ສີປະໄພ    ພາບ: ສົມຫວັງ